ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ມອບປື້ມປະມວນກົດໝາຍອາຍາ
Submitted by souvanh simanivong on
ວັນທີ 27 ທັນວາ 2019 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ໄດ້ມີພິທີມອບປື້ມປະມວນກົດໝາຍອາຍາ ໃຫ້ 60 ບ້ານ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 60 ຫົວ ມອບໂດຍ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ແລະຮັບໂດຍເລຂາພັກບ້ານ ນາຍບ້ານ, ຮອງນາຍບ້ານ ແລະ ຕາງໜ້າໃຫ້ແຕ່ລະບ້ານຈາກ 60 ບ້ານ.