ແຂວງ ສາລະວັນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທໍາແຂວງ ສາລະວັນ ຈັດກອງປະຊຸມປາຖະກະຖາເອກະສານສໍາຄັນ

          ໃນວັນທີ 7 ທັນວາ 2021 ພະແນກຍຸຕິທໍາແຂວງ ສາລະວັນ ໄດ້ຈັດກອງປະຊຸມ ປາຖະກະຖາເອກະສານສໍາຄັນຂອງພັກຂຶ້ນຢູ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ສະຫາຍ ອໍາຄາ ຄ່ຽມມະນີຂັນໄຊ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ, ມີສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ພະແນກຍຸຕິທໍາແຂວງ ສາລະວັນ ເປີດກອງປະຊຸມ ເຜີຍແຜ່ບົດແນະນຳຂອງສູນກາງກຳມະບານລາວ ໃນການຈັດຕັ້ງປະຕິບັດຂໍແຂ່ງ 5 ເປັນເຈົ້າປະຈຳປີ 2021 ແລະ ແຕ່ງຕັ້ງປະທານກຳມະບານຮາກຖານຄົນໃໝ່

          ໃນຕອນເຊົ້າຂອງວັນທີ 29 ກໍລະກົດ ປີ 2021 ນີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳ ໜ່ວຍກໍາມະບານຮາກຖານພະແນກຍຸຕິທໍາແຂວງ ສາລະວັນ ໄດ້ເປີດກອງປະຊຸມຂຶ້ນ ໂດຍການເປັນປະທານຂອງ ທ່ານ ສິງທອງ ສີຫາວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ທັງແມ່ນຜູ້ຊີ້ນໍາອົງການຈັດຕັງມະຫາຊົນ, ມີຄະນະກໍາມະບານຮາກຖານ, ສະມາຊິກກໍາມະບານຮາກຖານພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມ 35 ສະຫາຍ, ຍິງ 17 ສະຫາຍ.

ພະແນກຍຸຕິທຳແຂວງ ສາລະວັນ ຈັດກອງປະຊຸມ ຄົ້ນຄວ້າ ແລະ ຕີລາຄາ ການຈັດຕັ້ງ ປະຕິບັດນິຕິກຳໃຕ້ກົດໝາຍ

          ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ຜ່ານມານີ້ ພະແນກຍຸຕິທໍາແຂວງ ສາລະວັນ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ. ໂດຍພາຍໃຕ້ການເປັນ ປະທານ ຂອງ ທ່ານ ອໍາຄາ ຄ່ຽມມະນີຂັນໄຊ ຫົວໜ້າພະແນກຍຸຕິທຳແຂວງ ສາລະວັນ . ທັງແມ່ນຮອງ ຄະນະຮັບຜິດຊອບຊີ້ນຳ ການສ້າງ ນິຕິກຳຂັ້ນແຂວງ, ມີບັນດາທ່ານ ຄະນະຮັບຜິດຊອບ, ພະນັກງານ ວິຊາການ ຈາກພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 2 ທ່ານ.

ກອງປະຊຸມຄົ້ນຄ້ວາ, ປຶກສາຫາລື, ເພື່ອປັບປຸງນິຕິກໍາລຸ່ມກົດໝາຍຂອງບັນດາພະແນກການທີ່ສະພາປະຊາຊົນຂັ້ນແຂວງຮັບຮອງ ແລະ ເຈົ້າແຂວງໄດ້ຕົກລົງປະກາດໃຊ້ແລ້ວ.

          ໃນຕອນເຊົ້າຂອງວັນທີ 3 ກຸມພາ ປີ 2021 ຜ່ານມາ ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ສາລະວັນ ໄດ້ເປີດກອງປະຊຸມ ຄົ້ນຄ້ວາ, ປຶກສາ, ຫາລືກັບບັນດາພະແນກການຂອງແຂວງກ່ຽວກັບນິຕິກຳລຸ່ມກົດໝາຍທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ໂດຍການເປັນປະທານຂອງ ທ່ານ ອໍາຄາ ຄຽ່ມມະນີຂັນໄຊ ຫົວໜ້າພະແນກພະແນກຍຸຕິທໍາແຂວງ, ມີຄະນະຮັບຜິດຊອບສ້າງຮ່າງນິຕິກໍາລຸ່ມກົດໝາຍຂັ້ນແຂວງ, ພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ 13 ທ່ານ, ຍິງ 3 ທ່ານ.

ໜ່ວຍພັກພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ II

ໃນ​ວັນ​ທີ 16  ທັນວາ 2015 ນີ້, ຢູ່ທ່ີ​ຫ້ອງ​ປະຊຸມ​ຊັ້ນ II ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ຫົວ​ພັນ, ໄດ້​ຈັດ​ພິທີ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ໃຫ້ແກ່​ສະ​ຊິກ​ພັກ​ພະ​ແນ​ກຍຸຕິ​ທຳແຂວງ ໂດຍ​ເປັນກຽດ​ເຂົ້າຮ່ວມຂອງ ​ສະຫາຍ ນາງ ​ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​ແຂວງ, ​ເຈົ້າເມືອງໆ​ຊຳ​ເໜືອ; ສະຫາຍ​ ສົມ​ພອນ ອິນ​ຄະ​ວິ​ໄລ ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ພະ​ແນກຍຸຕິ​ທຳ​ແຂວງ;  ມີ​ຜູ່​ຕາງໜ້າ​ມາ​ຈາກ​ຄະນະກວດກາ​ພັກ​-ລັດ​ແຂວງ, ຄະ​ນະ​ຈັດຕັ້ງ​ແຂວງ ​ແລະ ສະມາຊິກ​ພັກ​ທັງ​ໝົດເຂົ້າຮ່ວມ 15 ສະຫາຍ, ຍິງ 4 ສະຫາຍ.