ນະຄອນຫຼວງວຽງຈັນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ເມືອງປາກງື່ມຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ

          ໃນຕອນເຊົ້າຂອງວັນທີ 5 ມັງກອນ 2023 ຢູ່ທີ່ຫ້ອງການປົກຄອງ ເມືອງປາກງື່ມ ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ II ປີ 2022 ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງປາກງື່ມ ແລະ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ມີ ຫົວໜ້າຫ້ອງການຍຸຕິທຳເມືອງ, ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ສຳມະນາກອນເຂົ້າຮ່ວມ.

ເມືອງ ໂພນໂຮງ ແຂວງ ວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດ III

          ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມຂອງບ້ານ ນາບອນ ແຂວງ ວຽງຈັນ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ III ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດອນ ກິ່ງຈັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ມີແຂກຖືເຊີນມີບັນດາຄູ-ອາຈານ, ນັກຝຶກອົບຮົມ, ຫົວໜ້າຫ້ອງການ ແລະ ພະນັກງານຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 15 ທ່ານ.

ຄະນະຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຊີ້ແຈງກ່ຽວກັບການລົງຈັດຕັ້ງປະຕິບັດຍົກຍ້າຍ 36 ຄອບຄົວ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ໃນວັນທີ 23 ພະຈິກ 2021

ໃນວັນທີ 24 ພະຈິກ 2021 ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ເປີດພິທີຖະແຫຼງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ ໃນວັນທີ 23 ພະຈິກ 2021 ໂດຍເປັນປະທານຂອງ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນຜູ້ຊີ້ນໍາ ວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ມີ ທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການເມືອງ ສີສັດຕະນາກ, ທ່ານ ພັທ ແສງເພັດ ແກ້ວບຸບຜາ ຮ້ອງຫົວໜ້າຫ້ອງການ ປກສ ເມືອງສີສັດຕະນາກ, ຄະນະພັກຊີ້ນໍາບ້ານ ໂພນສີນວນ, ຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ຮອງຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັ

Pages