ແຂວງ ສະຫວັນນະເຂດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພິທີມອບໃບຢັ້ງຢືນ ຜ່ານການລົງຝຶກງານຂອງນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ສາຂາ ແຂວງ ສະຫວັນນະເຂດ

          ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໄດ້ຈັດພິທີມອບໃບຢັ້ງຢືນຜ່ານການລົງຝຶກງານຂອງນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ສາຂາ ແຂວງ ສະຫວັນນະເຂດ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ມະນີວັນ ແກ້ວພິກຸນ ແລະ ທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ.

ຫ້ອງການຍຸຕິທຳເມືອງ ສອງຄອນ ແຂວງ ສະຫວັນນະເຂດ ເຜີຍແຜ່ດຳລັດວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນບ້ານ

          ໃນຄັ້ງວັນທີ 16 ພຶດສະພາ 2022 ນີ້ ຢູ່ທີ່ສະໂມສອນຂອງເມືອງ ສອງຄອນ ທ່ານນາງ ໜູໄທ ໂພທິຈັກ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ສອງຄອນ ແຂວງ ສະຫວັນນະເຂດ ໄດ້ເຜີຍແຜ່ດໍາລັດຂອງລັດຖະບານ ສະບັບເລກທີ 626/ລບ, ລົງວັນທີ 22 ຕຸລາ 2021 ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນບ້ານ ໃນ 97 ບ້ານ ທົ່ວເມືອງສອງຄອນ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 111 ຄົນ ຍິງ 10 ຄົນ ໂດຍສະເພາະແມ່ນ ເລຂາໜ່ວຍພັກບ້ານ, ຄະນະປົກຄອງບ້ານ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນ ກ່ຽວກັບວຽກງານການໄກ່ເກັ່ຍຂໍ້ຂັດແຍ່ງຢູ່ຂັ້ນບ້ານ ໃຫ້ຮັບຮູ້ເຖິງພາລະບົດບາດ,

ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ລົງຊຸກຍູ້ວຽກງານຮອບດ້ານຂອງບັນດາຫ້ອງການຍຸຕິທຳເມືອງ

          ໃນລະຫວ່າງວັນທີ 11-13 ພຶດສະພາ 2022 ທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງ ອາດສະພັງທອງ, ເມືອງ ພະລານໄຊ, ເມືອງ ອາດສະພອນ ແລະ ເມືອງ ໄຊບູລີ. ໃນໂອກາດທີ່ລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ເຂົ້າພົບ ທ່ານ ຮອງເລຂາພັກເມືອງ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ໃຫ້ ທ່ານ ຮອງເຈົ້າເມືອງ ຮັບຊາບ ໂດຍສະເພາະ 5 ກິດຈະກຳຫຼັກຂອງວຽກງານຍຸຕິທຳຮາກຖານ.

ພະແນກຍຸຕິທຳແຂວງ ສະຫວັນນະເຂດ ເອົາໃຈໃສ່ວຽກງານຍຸຕິທຳຮາກຖານ

          ໃນວັນທີ 22 ເມສາ 2022 ທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ຊົນນະບູລີ ໃນໂອກາດທີ່ລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ເຂົ້າພົບ ທ່ານ ຮອງເລຂາພັກເມືອງ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ໃຫ້ທ່ານຮັບຊາບ ໂດຍສະເພາະ 5 ກິດຈະກຳຫຼັກຂອງວຽກງານຍຸຕິທຳຮາກຖານ.

ພະແນກຍຸຕິທຳແຂວງ ສະຫວັນນະເຂດ ທາບທາມ ພະນັກງານນຳພາ-ຄຸ້ມຄອງ

          ໃນວັນທີ 21 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໂດຍການເປັນຄະນະປະທານຂອງທ່ານ ສີສະຫວາດ ເພັງທະລັງສີ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາ, ມີ ທ່ານ ມະນີວັນ ແກ້ວພິກຸນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາ, ທ່ານ ຄຳສິງ ເພັດໄຊຍະພອນ ກໍາມະການກວດກາພັກ ຮອງຫົວໜ້າພະແນກຍຸຕິທໍາ, ທ່ານ ສີສຸກ ເທບທານີ ຮອງຫົວໜ້າພະແນກຍຸຕິທໍາ ມີຫົວໜ້າ, ຮອງຫົວໜ້າຂະແໜງ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 18 ທ່ານ.

Pages