ແຂວງ ຊຽງຂວາງ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຄະນະໄກ່ເກັ່ຍຂໍ້ຂັດແຍ່ງຂອງເມືອງ ພູກູດ ແຂວງ ຊຽງຂວາງ ໄດ້ຮັບການເຝິກອົບຮົມ.

        ໃນວັນທີ 24-26 ພຶດສະພາ 2022 ພະແນກຍຸຕິທຳແຂວງ ຊຽງຂວາງ ຮ່ວມກັບອົງການມິດຕະພາບເມັນໂນນ່າຍ ປະຈຳແຂວງ ຊຽງຂວາງ ໄດ້ເຄື່ອນໄຫວກິດຈະກຳ ຝຶກອົບຮົມວຽກງານໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານໃນການກະທຳຜິດຂອງເດັກຂຶ້ນ ຢູ່ 5 ບ້ານເປົ້າໝາຍຂອງເມືອງ ພູກູດ ເຂົ້າຮ່ວມພິທີ ມີທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ທ່ານ ວັນໄຊ ກືຫວັງເນັ້ງ ຮອງຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າຈາກອົງການມິດຕະພາບເມັນໂນນາຍປະຈຳລາວ ພ້ອມດ້ວຍຄູຝຶກຂອງພະແນກຍຸຕິທຳ ແລະ ຄະນະໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ 5 ບ້ານເປົ້າໝາຍຂອງໂຄງການ ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 6 ທ່ານ.

ເມືອງ ແປກ ແຂວງ ຊຽງຂວາງ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງ ໃຫ້ທີມງານຄູຝືກຂັ້ນເມືອງ

          ໃນຕອນບ່າຍຂອງວັນທີ 18 ພືດສະພາ 2022 ທ່ານ ມົນຕິ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ລົງຕາມຊຸກຍູ້, ຊີ້ນໍາບັ້ນເປີດຊຸດຝຶກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງ ໃນຫົວຂໍ້ ການຄົ້ນຄ້ວາ ແລະ ວິເຄາະຂໍ້ຂັດແຍ່ງກ່ອນການໄກ່ເກ່ຍ ໃຫ້ທີມງານຄູຝືກຂັ້ນເມືອງ ທີ່ ເມືອງ ຄໍາ ແຂວງ ຊຽງຂວາງ ເຂົ້າຮ່ວມພິທີມີຄະນະຮັບຜິດຊອບການຝຶກອົບຮົມ, ຜູ້ຕາງໜ້າອົງການມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ, ຄູຝຶກທີ່ມາຈາກພະແນກຍຸຕິທຳແຂວງ ຊື່ງຜູ້ເຂົ້າຮ່ວມຝຶກອົບຮົມຈາກບັນດາຫ້ອງການຄູ່ຮ່ວມງານໂຄງການຂັ້ນເມືອງ ເຂົ້າຮ່ວມນຳ.

Pages