ກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ທີ່ ແຂວງ ວຽງຈັນ
Submitted by xaiyphimphone on
ໃນຕອນເຊົ້າວັນທີ 30 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ໂດຍການເປັນປະທານ ຂອງ ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ; ມີຄະນະພະແນກ ແລະ ວິຊາການ ຂອງພະແນກຍຸຕິທຳແຂວງ ວຽງຈັນ ທັງໝົດທັງໝົດ 17 ທ່ານ, ຍິງ 6 ທ່ານ.