ກົມກົດໝາຍ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ

          ໃນວັນທີ 12 ເມສາ 2022 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດຂຶ້ນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາ ກະຊວງ, ອົງການ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ຄະນະຮັບຜິດຊອບສ້າງຮ່າງດຳລັດ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 7 ທ່ານ.

ກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍ ການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ

          ໃນວັນທີ 21-22 ມີນາ 2022 ຢູ່ ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍ ການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສຸລິຍາ ສີດາວົງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ຫົວພັນ, ແຂວງ ວຽງຈັນ, ແຂວງ ໄຊສົມບູນ, ແຂວງ ອຸດົມໄຊ, ແຂວງ ຜົ້ງສາລີ, ແຂວງ ບໍ່ແກ້ວ, ແຂວງ ຫຼວງນ້ຳທາ, ແຂວງ ໄຊຍະບູລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງດຳລັດ ເຂົ້າຮ່ວມທັງໝົດຈຳນວນ 75 ທ່ານ, ຍິງ 9 ທ່ານ.

ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ

          ໃນວັນທີ 14 ກັນຍາ 2021 ຜ່ານມາ ຢູ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ; ມີຜູ້ຕາງໜ້າຈາກ ກະຊວງຍຸຕິທຳ, ກະຊວງການເງິນ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ ເຂົ້າຮ່ວມ.

ສອງ ກະຊວງປຶກສາຫາລື ຄວາມສອດຄ່ອງທາງດ້ານກົດໝາຍຂອງ (ຮ່າງ) ດຳລັດວ່າດ້ວຍການຂ້າທຳລາຍສັດ ແລະ ຄ່າຊົດເຊີຍ

          ຕອນເຊົ້າວັນທີ 9 ກັນຍາ 2021 ທີ່ຜ່ານມາ ກະຊວງຍຸຕິທຳ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດ້ວຍການຂ້າທຳລາຍສັດ ແລະ ການຊົດເຊີຍ ຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີ ທ່ານ ດຣ. ພຸດ ອິນທະວົງ ຮອງຫົວໜ້າກົມລ້ຽງສັດ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

Pages