ກົມກວດກາ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ໜ່ວຍພັກກົມກວດກາ, ກະຊວງຍຸຕິທຳ ສຳເລັດກອງປະຊຸມໃຫຍ່ຄັ້ງທີ lll

ໜ່ວຍພັກກົມກວດກາ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ lll ຂອງຕົນຂຶ້ນ ໃນຕອນເຊົ້າຂອງວັນທີ 3 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ບຸນເມກ ບັນນາວົງ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມກວດກາ ກະຊວງຍຸຕິທຳ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງເລຂາໜ່ວຍພັກ ກົມກວດກາ, ສະຫາຍ ສິງຫາ ຫງ່ຽມຈະເລີນ ກຳມະການໜ່ວຍພັກ; ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍພະນັກງານສະມາຊິກພັກ ກົມກ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດກາ

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດາ ໃນໄລຍະຜ່ານມາ ໃນຕອນເຊົ້າຂອງວັນທີ 12 ສິງຫາ 2019 ໜ່ວຍຊາວໜຸ່ມຮາກຖານກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະ ຫາຍ ບຸນເມກ ບັນນາວົງ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມກວດກາ ເຂົ້າຮ່ວມມີ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອອ້ມຂ້າງ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມກວດກາ ເຂົ້າຮ່ວມທັງໝົດຈຳນວນ 28 ສະຫາຍ, ຍິງ 5 ສະຫາຍ.