ພະແນກຍຸຕິທຳແຂວງ ບໍລິຄຳໄຊ ທາບທາມຮ່າງຂໍ້ຕົກລົງເຈົ້າແຂວງ
Submitted by xaiyphimphone on
ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ໄດ້ຜ່ານຮ່າງນິຕິກຳ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ກອງທືນທານຸເຄາະສະຫະພັນກຳມະບານແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳ ຜູ້ຊີ້ນຳວຽກງານນິຕິກຳ-ໂດຍເຂົ້າຮ່ວມ ມີ ທ່ານ ສີສົມພອນ ອີນທະວົງ ຮອງປະທານກຳມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບກຳມະບານແຂວງ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມຈຳນວນ 11 ຄົນ, ຍິງ 4 ຄົນ.