ແຂວງ ໄຊສົມບູນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ເມືອງ ຮົ່ມ ແຂວງ ໄຊສົມບູນ ສຳເລັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ II

          ໃນຕອນເຊົ້າວັນທີ 19 ພຶດສະພາ 2022 ນີ້ ເມືອງ ຮົ່ມ ແຂວງ ໄຊສົມບູນ ໄດ້ສະຫຼູບປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ຊຸດທີ II ໃຫ້ບັນດາພະນັກງານ-ລັດຖະກອນຫຼັກແຫຼ່ງຂອງເມືອງ ຈັດຂື້ນຢູ່ທີ່ສະໂມສອນເມືອງ ຮົ່ມ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເລີດ ລໍ່ ຮອງເລຂາພັກເມືອງ, ມີ ທ່ານ ລືຢ່າງ ຫວັງເຢັ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄຊສົມບູນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.

ພິທີ ປະກາດຮັບຮອງ 3 ອົງການຈັດຕັ້ງມະຫາຊົນ ຂອງພະແນກຍຸທໍາແຂວງ ໄຊສົມບູນ ເປັນໜ່ວຍ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ

          ໃນວັນທີ 12 ພຶດສະພາ 2022 ພະແນກຍຸຕິທໍາແຂວງ ໄຊສົມບູນ ໄດ້ຈັດພິທີປະກາດຮັບຮອງ 3 ອົງການຈັດຕັ້ງມະຫາຊົນ ເປັນໜ່ວຍແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າ ຂຶ້ນທີ່ຫ້ອງປະຊຸມສານປະຊາຊົນແຂວງ ໄຊສົມບູນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນຕອງ ໂຄດປັນຍາ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ສະຫາຍ ນາງ ຄຳສີ ສິດທິວໍລະດາ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ເນັ້ງຢ່າງ ໃຈຫວັງໝັ້ນ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂົງເຂດອົງການປົກປ້ອງກົດໝາຍ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ

ຫ້ອງການຍຸຕິທໍາເມືອງ ອະນຸວົງ ສົມທົບກັບຫ້ອງການອ້ອມຂ້າງເມືອງ ເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ

          ໃນຕອນເຊົ້າຂອງວັນທີ 1 ເມສາ 2022 ທີ່ຜ່ານມານີ້ ຫ້ອງການຍຸຕິທໍາ ໄດ້ສົມທົບກັບ ສະຫະພັນແມ່ຍິງ ແລະ ປກສ ເມືອງ ອະນຸວົງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນບ້ານນໍ້າໂມ້ ແລະ ໂຮງຮຽນ ມສ ນໍ້າໂມ້ ເມືອງ ອະນຸວົງ ແຂວງ ໄຊສົມບູນ. ໂດຍການນຳພາຂອງ ທ່ານ ບູນມີ ລໍພະຈັນ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ອະນຸວົງ ເປັນການເຂົ້າຮ່ວມຂອງທ່ານ ສອນໄຊ ເລຂາພັກບ້ານ ນາຍບ້ານ ນໍ້າໂມ້, ມີທ່ານ ຄຳແພງ ແສງປະດິດ ອຳນວຍການໂຮງຮຽນ ມສ ນໍ້າໂມ້ ຕະຫລອດຮອດປະຊາຊົນພາຍໃນບ້ານ ແລະ ນ້ອງນັກຮຽນຊັ້ນ ມ 6-ມ 7 ມີຜູ້ເຂົ້າຮ່ວມທັງໝົດ 138 ຄົນ ເພດຍິງ 75 ຄົນ.

ຮັບຮອງບ້ານ ອ່າວເໜືອ ເປັນບ້ານແບບຢ່າງປະຕິບັດກົດໝາຍ

          ໃນຕອນເຊົ້າຂອງວັນທີ 3 ກຸມພາ 2022 ທີ່ຜ່ານມານີ້ ຢູ່ທີ່ຫໍວັດທະນະທໍາບ້ານອ່າວເໜືອ ເມືອງ ອະນຸວົງ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດຮັບຮອງເອົາບ້ານ ອ່າວເໜືອ ເປັນບ້ານແບບຢ່າງປະຕິບັດກົດໝາຍໂດຍ ການເປັນປະທານຮ່ວມຂອງທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ອະນຸວົງ (ຜູ້ຊີ້ນໍາວຽກງານຍຸຕິທໍາ), ມີທ່ານ ບູນມີ ລໍພະຈັນ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ, ມີທ່ານ ຫວາຊົ່ງລໍ່ ປ່າເຢຍ ເລຂາພັກບ້ານ-ນາຍບ້ານ ອ່າວເໜືອ, ມີການຈັດຕັ້ງເມືອງ, ພະນັກງານກອງກໍ່ສ້າງຮາກຖານປະຈໍາກຸ່ມ, ຜູ້ຊົງຄຸນວຸດທິ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 52 ຄົນ, ເພດຍິງ 15 ຄົນ.

ໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ສະຫຼຸບຕີລາຄາ, ກວດກາ, ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

          ໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ຈັດກອງປະຊຸມ ສະຫລຸບຕີລາຄາ, ກວດກາ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນ ໃນຕອນເຊົ້້າຂອງວັນທີ 24 ພະຈິກ 2021 ນີ້ ຢູູ່ທີ່ຫ້ອງປະຊຸມສານປະຊາຊົນ ແຂວງ ໂດຍການ ເປັນປະທານຂອງສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດ ແຂວງ, ມີສະຫາຍ ອິນຕອງ ໂຄດປັນຍາ, ກໍາມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທໍາ ແຂວງ, ມີຄະນະກຳມະການຮັບຜິດຊອບຊີ້ນຳ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ພະແນກຍຸຕິທໍາແຂວງ ໄຊສົມບູນ ປາຖະກະຖາວັນສໍາຄັນຂອງຊາດ ແລະ ລົງຕິດຕາມ, ຊຸກຍູ້ວຽກຍຸຕິທໍາຮາກຖານຢູ່ເມືອງລ້ອງແຈ້ງ

          ໃນລະຫວ່າງວັນທີ່ 26-27 ສິງຫາ 2021 ຢູ່ທີ່ຫ້ອງການບ້ານ ພັນໄຊ, ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991 - 15 ສິງຫາ 2021) ຂຶ້ນ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ລືຢ່າງ ຫວັງເຢັງ, ຮອງຫົົວໜ້າພະແນກຍຸຕິທໍາແຂວງ, ໃຫ້ກຽດເຂົ້າຮ່ວມ ທ່ານ ເວີນຈອນ ວົງພົມມີ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ລ້ອງແຈ້ງ, ມີເລຂາພັກບ້ານ-ນາຍບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ພັນໄຊ ເຂົ້າຮ່ວມຮັບຟັງທັງໝົດ 55 ຄົນ, ຍິງ 23 ຄົນ.

ພິທີປາຖະກະຖາວັນຖະທໍາມະນູນແຫ່ງຊາດຄົບຮອບ 30 ປີ ແລະ ວັນຍຶດອໍານາດຄົບຮອບ 76 ປີ

          ໃນຕອນເຊົ້າຂອງວັນທີ 19 ສິງຫາ 2021 ຜ່ານມານີ້ ເມືອງ ຮົ່ມ ໄດ້ຈັດພິທີປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດຄົບຮອບ 30 ປີ ( 15 ສິງຫາ 1991-  15 ສິງຫາ 2021 ) ແລະ ວັນຍຶດອໍານາດ ວັນທີ 23 ສິງຫາ ຄົບຮອບ 76 ປີ ຢູ່ທີ່ສະໂມສອນ ເມືອງ ຮົ່ມ ແຂວງ ໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ດວງມາລາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ຮົ່ມ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອິນຕອງ ໂຄດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ, ມີບັນດາຫົວໜ້າຄະນະຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ,ພະນັກງານລັດຖະກອນອ້ອມຂ້າງເມືອງ ແລະ ນາຍບ້ານ 3 ບ້ານ ເທດສະບານເຂົ້າຮ່ວມຮັບຟັງທັງໝົດ 66 ທ່ານ, ຍິງ

ພະແນກຍຸຕິທໍາແຂວງ ໄຊສົມບູນ ປາຖະກະຖາວັນສໍາຄັນຂອງຊາດ ແລະ ເຜີຍແຜ່ກົດໝາຍຢູ່ເຂດພັດທະນາໂພນສະຫວາດ 516

          ໃນຕອນເຊົ້າຂອງວັນທີ່ 20 ສິງຫາ 2021 ຜ່ານມານີ້ ຢູ່ທີ່ຫ້ອງການບ້ານ ດອນສໍາພັນ, ເຂດພັດທະນາໂພນສະຫວາດ (516) ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນລັດຖະທໍາມະນູນແຫ່ງຊາດຄົບຮອບ 30 ປີ ( 15 ສິງຫາ 1991 - 15 ສິງຫາ 2021 )ຂື້ນ ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ໂດຍທ່ານ ອິນຕອງ ໂຄດປັນຍາ ກໍາມະການພັກແຂວງ, ຫົົວໜ້າພະແນກຍຸຕິທໍາແຂວງ, ມີທ່ານ ຢ່າງອື ຢ່າຫວາລີ ກໍາມະການພັກເມືອງ ເລຂາພັກບ້ານ-ນາຍບ້ານ ດອນສໍາພັນ, ມີເລຂາພັກບ້ານ-ນາຍບ້ານ 8 ຫມູ່ບ້ານເຂດພັດທະນາໂພນສະຫວາດ (516) ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ດອນສໍາພັນ ເຂົ້າຮ່ວມຮັບຟັງທັງໝົດ 44 ຄົນ, ຍິງ 11 ຄົນ.

ພະແນກຍຸຕິທໍາແຂວງ ສົມທົບກັບຫ້ອງການຍຸຕິທໍາເມືອງ ຮົ່ມ ລົງໂຄສະນາເຜີຍແຜ່ກົດໝາຍ

          ໃນຕອນແລງຂອງວັນທີ 18 ສິງຫາ 2021 ເວລາ 19:00 ຜ່ານມານີ້ ພະແນກຍຸຕິທໍາແຂວງ ໄດ້ສົມທົບຫ້ອງການຍຸຕິທໍາເມືອງ ຮົ່ມ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ນໍ້າຄຽນ ເມືອງ ຮົ່ມ ແຂວງ ໄຊສົມບູນ ໂດຍການເປັນປະທານຂອງທ່ານ ອິນຕອງ ໂຄດປັນຍາ ກໍາມະການພັກແຂວງ, ຫົົວໜ້າພະແນກຍຸຕິທໍາແຂວງ, ມີທ່ານ ດົວຊົ່ງ ໜາວລໍ່ ກໍາມະການພັກເມືອງ ເລຂາພັກບ້ານ-ນາຍບ້ານ ນໍ້າຄຽນ, ມີຄະນະຮັບຜິດຊອບຈາກແຂວງ ແລະ ເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 3 ຄົນ.

ທ່ານຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ ເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານຮອບດ້ານຢູ່ບັນດາຫ້ອງການຍຸຕິທໍາເມືອງ

          ໃນລະຫວ່າງວັນທີ່ 14-26 ກໍລະກົດ 2021 ນີ້ ທ່ານ ອີນຕອງ ໂຄດປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານຮອບດ້ານຢູ່ບັນດາຫ້ອງການຍຸຕິທໍາເມືອງ ໂດຍໄດ້ຮັບການຕ້ອນຮັບຈາກບັນດາຫົວໜ້າຫ້ອງການຍຸຕິທໍາ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

Pages