ແຂວງ ວຽງຈັນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ທີ່ ແຂວງ ວຽງຈັນ

          ໃນຕອນເຊົ້າວັນທີ 30 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ໂດຍການເປັນປະທານ ຂອງ ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ; ມີຄະນະພະແນກ ແລະ ວິຊາການ ຂອງພະແນກຍຸຕິທຳແຂວງ ວຽງຈັນ ທັງໝົດທັງໝົດ 17 ທ່ານ, ຍິງ 6 ທ່ານ.

ເມືອງ ທຸລະຄົມ ແຂວງ ວຽງຈັນ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III

          ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2022 ຢູ່ທີ່ສະໂມສອນປົກຄອງເມືອງ ທຸລະຄົມ ແຂວງ ວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ III ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ທຸລະຄົມ ແຂວງ ວຽງຈັນ ມີ ທ່ານ ພອນສິນ ທິລະກຸນ ຄະນະໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ; ມີແຂກຖືກເຊີນ, ຄະນະຮັບຜິດຊອບ, ບັນດາຄູ-ອາຈານ, ນັກຝຶກອົບຮົມ, ຫົວໜ້າຫ້ອງການ ແລະ ພະນັກງານຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 22 ທ່ານ.

ພິທີປິດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ III ຂອງເມືອງ ວັງວຽງ ແຂວງ ວຽງຈັນ

          ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ນີ້, ຢູ່ທີ່ຫ້ອງການ ບ້ານ ຫ້ວຍສະເຫງົ້າ ເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ຈັດພິທີປິດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ III ຂອງເມືອງ ວັງວຽງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸວຽງທອງ ວົງຈຳປາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າໜ້າພະແນກຍຸຕິທໍາແຂວງ ວຽງຈັນ; ມີ ທ່ານ ອຸດາລອນ ໄຫຼໄຊຊະນະ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍເມືອງ ວັງວຽງ, ມີຄະນະຮັບຜິດຊອບ, ພະນັກງານວິຊາການພາຍໃນຫ້ອງການຍຸຕິທຳເມືອງ ວັງວຽງ, ນາຍບ້ານ, ແຂກຖືກເຊີນ, ອາຈານສອນ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 72 ທ່ານ, ຍິງ 18 ທ່ານ.

ໜ່ວຍສະຫະພັນແມ່ຍິງພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຖືກຮັບຮອງເປັນໜ່ວຍ 3 ດີ ຄັ້ງທີ 1 ສະໄໝ VIII

          ໃນວັນທີ 17 ພຶດສະພາ 2022 ໜ່ວຍສະຫະພັນແມ່ຍິງ ພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດພິທີຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 1 ສະໄໝທີ VIII ຂຶ້ນທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງມະນີ ວິໄລທອງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກຍຸຕິທໍາແຂວງ ວຽງຈັນ; ເປັນກຽດເຂົ້າຮ່ວມໂດຍສະຫາຍ ນາງ ໄຄສີ ຈັນທະວົງ ຄະນະພັກ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ວຽງຈັນ, ສະຫາຍ ພອນສິນ ທິລະກຸນ ຄະນະພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ມີບັນດາທ່ານຕາງໜ້າຈາກ ອົງການຈັດຕັ້ງມະຫາຊົນ, ພະແນກການອ້ອມຂ້າງ ແລະ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ພາຍໃນໜ່ວຍ ເຂົ້າຮ່ວມທັງໝົດ 1

ເມືອງ ແມດ ແຂວງ ວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III

          ໃນວັນທີ 3 ພຶດສະພາ 2022 ຜ່ານມານີ້ ຢູ່ທີ່ເຂດຈຸດສຸມພັດທະນາກຸ່ມບ້ານເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມ ກົດໝາຍຂັ້ນພື້ນຖານລະບົບບຳລຸງໄລຍະສັ້ນ 45 ວັນ ຊຸດທີ I ໃຫ້ກຽດເປັນ ປະທານຂອງ ທ່ານ ຄຳປ່ຽນ ແສງສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ແມດ, ມີແຂກຖືກເຊີນ, ຄູ-ອາຈານ ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການ, ຕະຫຼອດ ຮອດນັກຝຶກອົບຮົມເຂົ້າຮ່ວມທັງໝົດ 51 ທ່ານ ຍິງ 11 ທ່ານ.

ເມືອງ ຫີນເຫີບ ແຂວງ ວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດ ທີ III

          ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2022 ຜ່ານມານີ້ ຢູ່ທີ່ຫ້ອງການ ບ້ານ ນາເລືອງ ກຸ່ມບ້ານ ຜາບ່ອງ ເມືອງ ຫີນເຫີບ ແຂວງ ວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈັນ ພັນທະມິດ ຮອງເລຂາພັກເມືອງ, ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ມີບັນດາຄູ-ອາຈານ, ນັກຝຶກອົບຮົມ, ມີບັນດາຫົວໜ້າຫ້ອງການ ແລະ ພະນັກງານ ຫ້ອງການຍຸຕິທຳເມືອງ ແລະ ແຂກຖືເຊີນ ເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 9 ທ່ານ.

ເມືອງ ກາສີ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III

          ໃນວັນທີ 27 ເມສາ 2022 ຜ່ານມານີ້ຢູ່ທີ່ສະໂມສອນປົກຄອງເມືອງ ກາສີ ໄດ້ຈັດພິທີປິດການຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບຳລຸງໄລຍະສັ້ນ 45 ວັນ ຊຸດທີ III ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຳໄພ ໂສລັດຕະນະວົງ ຮອງເລຂາພັກເມືອງ, ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ມີບັນດາແຂກຖືກເຊີນ, ຄູ-ອາຈານ ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກອົບຮົມ ເຂົ້າຮ່ວມທັງໝົດ 75 ທ່ານ ຍິງ 38 ທ່ານ.

ເມືອງ ເຟືອງ ແຂວງ ວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ III.

          ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ຜ່ານມາຢູ່ສະໂມສອນຫ້ອງວ່າການປົກຄອງເມືອງ ເຟືອງ ແຂວງ ວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງໄລຍະສັ້ນ 45 ວັນ ຊຸດທີ III ໂດຍການເປັນປະທານຂອງ ທ່ານ ຄຳເພັດ ຈັນສົມພູ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເຟືອງ, ມີ ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ; ຫົວໜ້າຫ້ອງການຍຸຕິເມືອງ, ຄະນະຮັບຜິດຊອບຂັ້ນເມືອງ, ຄູ-ອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ 73 ທ່ານ, ຍິງ 14 ທ່ານ.

ພະແນກຍຸຕິທໍາແຂວງ ວຽງຈັນ ປາຖະກະຖາເອກະສານສຳຄັນຂອງພັກ

          ໃນຕອນເຊົ້າວັນທີ 25/04/2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດກອງປະຊຸມປາຖະກະຖາເອກະສານສຳຄັນຂອງພັກ ໂດຍການເປັນປະທານຂອງ ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ມີທ່ານ ນາງ ຈັນສອນ ກົງດາລາ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳ, ມີທ່ານ ພອນສິນ ທິລະກຸນ ຄະນະໜ່ວຍພັກ ຮອງຫົວໜ້າພະແນກ ຍຸຕິທຳ, ພ້ອມດ້ວຍພະນັກງານ - ລັດຖະກອນ ເຂົ້າຮ່ວມ 32 ທ່ານ, ຍິງ 09 ທ່ານ.

ກຳມະບານ ຮາກຖານ ພະແນກຍຸຕິທຳແຂວງ ວຽງຈັນ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ

          ໃນຕອນເຊົ້າຂອງວັນທີ 1 ເມສາ 2022 ຜ່ານມາ  ຢູ່ທີ່ ຫ້ອງປະຊຸມ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປີດພິທີສະຫຼຸບ ຂະບວນການແຂ່ງຂັນ 5 ເປັນເຈົ້າຂອງ ກຳມະບານຮາກຖານພະແນກຍຸຕິທຳແຂວງ ວຽງຈັນ. ໂດຍການເປັນປະທານຂອງທ່ານ ພອນສິນ ທິລະກຸນ ປະທານກຳມະບານຮາກຖານພະແນກຍຸຕິທຳ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳພັນ ຊະນະ ໄພ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ທ່ານ ແສງທຳ ອາໄພຍະລາດ ຮອງ ປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງ, ມີແຂກຮັບເຊີນ ແລະ ສະມາຊີກກຳມະບານ ພາຍໃນຮາກຖານ ເຂົ້າຮ່ວມຢ່າງພ້ອມພຽງ.

Pages