ຫ້ອງການຍຸຕິທຳເມືອງຮຸນ, ແຂວງອຸດົມໄຊ ລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ
Submitted by xaiyphimphone on
ໃນລະຫວ່າງວັນທີ 15-17 ມິຖຸນາ 2022 ທ່ານ ພອນປະເສີດ ພັນທະວົງ ຮອງຫົວໜ້າຫ້ອງການຍຸຕິທຳເມືອງຮຸນ ພ້ອມດ້ວຍທີມງານ ໄດ້ລົງ ຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ ຢູ່ບ້ານ ນາໂຄ້ງ ແລະ ບ້ານ ແຟນ, ເມືອງຮຸນ, ແຂວງອຸດົມໄຊ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ.