ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກອງປະຊຸມພິຈາລະນາຮັບຮອງ "ຮ່າງ" ດຳລັດວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ "ຮ່າງ" ດຳລັດວ່າດ້ວຍຄ່າແຮງງານຂອງຜູ້ໄກ່ເກ່ຍ ແລະ ຜູ້ຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ.

          ໃນວັນທີ 31 ສິງຫາ 2021 ຢູ່ທີ່ໂຮງແຮມຄຣາວພລາຊາ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມພິຈາລະນາຮັບຮອງ"ຮ່າງ" ດຳລັດວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ "ຮ່າງ" ດຳລັດວ່າດ້ວຍຄ່າແຮງງານຂອງຜູ້ໄກ່ເກ່ຍ ແລະ ຜູ້ຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ.

ກອງປະຊຸມປັບປຸງເນື້ອໃນຮ່າງດຳລັດວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ຮ່າງດຳລັດວ່າດ້ວຍຄ່າແຮງງານຂອງຜູ້ໄກ່ເກ່ຍ, ຜູ້ຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ.

          ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ຜ່ານມາ ທີ່ໂຮງແຮງເມືອງແທ່ງ, ນະຄອນຫຼວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ. ມີຜູ້ຕາງໜ້າຈາກ ກະຊວງຍຸຕິທຳ, ກະຊວງພາຍໃນ, ກະຊວງການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ ຈຳນວນ 20 ທ່ານ, ຍິງ 6 ທ່ານ.

ກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 23 ທັນວາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໜ່ວຍພັກສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ lll ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນາງ ດວງມະນີ ລາວມາວ ເລຂາໜ່ວຍພັກ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ບຸນເພັງ ວົງໂພທອງ ຮອງເລຂາໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍພະນັກງານສະມາຊິກພັກ ສູນແກ້ໄຂຂ

ໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III

ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ທີ່ຈະໄຂຂຶ້ນໃນເວລາອັນໃກ້ນີ້, ໃນຕອນບ່າຍຂອງວັນທີ 17 ທັນວາ 2019 ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງລະຫວ່າງບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ການແຂ່ງຂັນໄດ້ຈັດຂຶ້ນທີ່ເດີ່ນເປຕັງຂອງກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ສະພາທະນາຍຄວາມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ທີ່ ແຂວງ ຫຼວງພະບາງ

 

        ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 4 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນພະແນກຍຸຕິທຳແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 8 ແຂວງພາກເໜືອ ພ້ອມດ້ວຍບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດຈຳນວນ 98 ທ່ານ, ຍິງ 35 ທ່ານ.

Pages

ລະບົບບໍລິຫານເອກະສານ

ລ.ດ ຊື່ເອກະສານ ປະເພດເອກະສານ ວັນທີເອົາລົງເວັບ ດາວໂຫຼດເອກະສານ
1 ປື້ມບັນຊີລາຍຊື່ຜູ້ໄກ່ເກ່່ຍ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ 2019 ແບບຟອມ 24-ກໍລະກົດ-2017 PDF icon PDF (6.62 MB)
2 ປື້ມ​ບັນ​ຊີ​ລາຍຊື່ຜູ້ຕັດ​ສີນ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ 2019 ແບບຟອມ 30-ທັນວາ-2019 PDF icon PDF (4.49 MB)
3 ໝາຍເຊີນ ກໍລະນີເປັນສຳນວນຄຳຮ້ອງ ແບບຟອມ 10-ພຶດສະພາ-2016 PDF icon PDF (274.9 KB)
4 ໝາຍເຊີນ ເປັນສຳນວນ ຂ.ຍ 1 ແບບຟອມ 10-ພຶດສະພາ-2016 PDF icon PDF (287.13 KB)
5 ຄຳແກ້ຄຳຮ້ອງ ແລະ ຄຳຮ້ອງຂໍແຍ່ງ 1 ຄົນ ແບບຟອມ 10-ພຶດສະພາ-2016 PDF icon PDF (391.57 KB)
6 ຄຳແກ້ຄຳຮ້ອງ ແລະ ຄຳຮ້ອງແຍ່ງ 2 ຄົນ ແບບຟອມ 10-ພຶດສະພາ-2016 PDF icon PDF (390.14 KB)
7 ຄຳແກ້ຄຳຮ້ອງ 1 ຄົນ ແບບຟອມ 10-ພຶດສະພາ-2016 PDF icon PDF (379.04 KB)
8 ຄຳແກ້ຄຳຮ້ອງ 2 ຄົນ ແບບຟອມ 10-ພຶດສະພາ-2016 PDF icon PDF (392.71 KB)
9 ບົດບັນທຶກຕົກລົງຂອງຄູ່ກໍລະນີ ແບບຟອມ 10-ພຶດສະພາ-2016 PDF icon PDF (298.97 KB)
10 ຂໍ້ຕົກລົງຮັບຄຳຮ້ອງມາພິຈາລະນາ ແບບຟອມ 10-ພຶດສະພາ-2016 PDF icon PDF (289.84 KB)

Pages