ກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຝຶກອົບຮົມວຽກງານປະຕັັບດຄຳຕັດສີນຂອງສານ ທີ່ ສະຖາບັນຍຸຕິທຳແຫ່ງຊາດ

          ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2022 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານປະຕັັບດຄຳຕັດສີນຂອງສານຂຶ້ນ ໂດຍການເປັນປະທານຂອງ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ; ມີ ທ່ານ ບຸນຕາ ສໍ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ; ມີຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຜູ້ຕາງໜ້າຈາກຫ້ອງການ, ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ຄູອານຈານຈາກສະຖາບັນຍຸຕິທຳ ພ້ອມດ້ວຍນັກຝຶກອົບຮົມ ທີ່ມາຈາກພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ຫ້ອງການຍຸຕິທຳເມືອງ 9 ເມືອງ ເຂົ້າຮ່ວມ 42 ທ່ານ, ຍິງ 14 ທ່ານ.

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ

ໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ນາງ ພູເງິນ ປະເສີດ ຄະນະໜ່ວຍພັກ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ອົງການຈັດຕັ້ງມະຫາຊົນ, ພະນັກງານສະມາຊິກພັກ ພາຍໃນກົມຄຸ້ມຄອງການການຈັດຕັ້ງປະຕິບັດ

ກອງປະຊມໃຫຍ່ໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 12 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ພິມມະສອນ ຈັນທະຈິດ ເລຂາໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ , ມີສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ສະຫາຍ ຄໍາເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ປະທານສະຫະພັນກຳມະບານ ແລະ ປະ

ກອງປະຊຸມທາບທາມຄຳເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

     ​ເພື່ອ​ເຮັດ​ໃຫ້​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ​ໄດ້​ຮັບ​ການ​ປັບປຸງໃຫ້ ​ແທດ​ເໝາະກັບ​ສະພາບ​ຕົວ​ຈິງຂອງ​ສັງຄົມ​ ໃນ​ແຕ່ລະ​ລະຍະ ​ໃນ​ວັນ​ທີ່ 28 ມິຖຸນາ 2017 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ກ່ຽວກັບ​ການປັບປຸງກົດໝາຍວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດຄຳ​ຕັດ​ສີນ​ຂອງ​ສານຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຫົວໜ້າ, ຮອງ​ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ, ຫົວໜ້າຫ້ອງການ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​​ນະຄອນຫຼວງວຽງຈັນ, ​ແຂວງ​ວຽງຈັນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ຕະຫຼອດຮອດ​ພະນັກງານ​ປະຕິບ

ທ່ານຮອງລັດຖະມົນກະຊວງຍຸຕິທຳ ລົງພົບປະໂອ້ລົມພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ

​        ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 24 ກຸມພາ 2017 ຢູ່​ທີ່​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ໂອ້​ລົມ ​ແລະ ​ແລກປຽ່ນບົດຮຽນດ້ານ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ກັບພະນັກງານ​ຫ້ອງ ການ ​ແລະ ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ແຕ່ລະ​ເມືອງ ​ທົ່ວ​ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ມີຄະນະ​ນຳ​ຂອງ​ກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຂອງ​ເ

Pages