ຫ້ອງການ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ທ່ານລັດຖະມົນຕີກະຊວງຍຸຕິທຳ ລົງຢ້ຽມຢຽມ ພະນັກງານ-ລັດຖະກອນ ຫ້ອງການກະຊວງຍຸຕິທຳ

          ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ທ່ານ ໄພວີ ສີບົວລິພາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ມາຢ້ຽມຢາມ ແລະ ພົບປະກັບ ພະນັກ ງານ-ລັດຖະກອນຂອງຫ້ອງການ ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທໍາ, ເຊິ່ງມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 20 ທ່ານ.

ກອງປະຊຸມໃຫຍ່ຂອງຮາກຖານກຳມະບານຫ້ອງການ ກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2019 ຢູ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ຂອງຮາກຖານກຳມະບານຫ້ອງການ ໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ບຸນທອນ ຂັນຕິວົງ ປະທານກຳມະບານຮາກຖານຫ້ອງການ, ມີສະຫາຍ ຄຳພອນ ສີປະເສີດ ເລຂາໜ່ວຍພັກຫ້ອງການ, ຫົວໜ້າຫ້ອງການກະຊວງຍຸຕິທຳ ພ້ອມດ້ວຍສະມາຊິກກຳມະບານຮາກຖານຫ້ອງການເຂົ້າຮ່ວມ ຈຳນວນ 43 ສະຫາຍ ຍິງ 20 ສະຫາຍ.

ກອງປະຊມໃຫຍ່ໜ່ວຍຊາວໜຸ່ມຫ້ອງການ ກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 4 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ  ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານຊາວໜຸ່ມຫ້ອງການ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ນາງ ໄກສອນ ແກ່ນປະເສີດ ເລຂາຊາວໜຸ່ມຫ້ອງການ , ມີສະຫາຍ ລິຊົງ ລີໄຊຕູ້ ຮອງເລຂາໜ່ວຍພັກ ຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກ ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ປະທານສະຫະພັນກຳມະບານ ແລະ ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງຫ້ອງການ ມີຈຳນວນພົນເຂົ້າຮ່ວມທັງໝົດຈຳນວນ 49 ສະຫາຍ, ຍິງ 21 ສະຫາຍ.

ຄະນະຊາວໜຸ່ມຫ້ອງການ ໄດ້ເປີດກອງປະຊຸມທາບທາມຄະນະໜ່ວຍຊາວໜຸ່ມຫ້ອງການຊຸດໃໝ່

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2019 ຢູ່ທີ່ ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມ ທາບທາມຄະນະໜ່ວຍຊາວໜຸ່ມຫ້ອງການຊຸດໃໝ່ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳພູ ທິຣະກຸນ ຮອງຫົວໜ້າ ຫ້ອງການ ໂດຍມີສະມາຊິກຊາວໜຸ່ມພາຍໃນຫ້ອງການເຂົ້າຮ່ວມຈຳນວນ 34 ທ່ານ ຍິງ 19 ທ່ານ .

ກະຊວງຍຸຕິທຳຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານງົບປະມານແຫ່ງລັດ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກຳກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານແຫ່ງລັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນທານຂອງ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ, ມີຫົວໜ້າກົມ, ຮອງກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະຮັບຜິດຊອບເຜີຍແຜ່ບັນດານິຕິກຳຕ່າງໆຈາກກະຊວງການເງິນ ນຳສະເໜີ ແລະ ເຜີຍແຜ່ໂດຍ ທ່ານ ສາຍສະໝອນ ແຍງວັນນະວົງ ຫົວໜ້າພະແນກ (ກົມງົບປະມານ ກະຊວງການເງິນ) ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 110 ທ່ານ, ຍິງ 45 ທ່ານ.