ແຂວງ ອຸດົມໄຊ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຫ້ອງການຍຸຕິທໍາເມືອງໄຊ ແຂວງອຸດົມໄຊສົມທົບກັບ ສະພາທະນາຍຄວາມ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ໂຮງຮຽນ ມໍຕົ້ນ ຫ້ວຍຂຸມ

          ໃນຕອນເຊົ້າຂອງວັນທີ 12 ມັງກອນ 2023 ນີ້, ທ່ານ ວຽງເງີນ ວົງລັດສະໝີ ຫົວໜ້າຫ້ອງການຍຸຕິທຳເມືອງໄຊ, ມີທ່ານ ໄມ່ຕິສັກ ປູລິສັງ ຮອງຫົວໜ້າສະພາທະນາຍຄວາມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນຊັ້ນ ມໍ 1-ມໍ 4 ໂຮງຮຽນ ມໍຕົ້ນ ຫ້ວຍຂຸມ ມີຜູ້ເຂົ້າຮ່ວມທັງໝົດ 100 ຄົນ, ຍິງ 55 ຄົນ.

ຫ້ອງການຍຸຕິທຳເມືອງຮຸນ, ແຂວງອຸດົມໄຊ ລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ

          ໃນລະຫວ່າງວັນທີ 15-17 ມິຖຸນາ 2022 ທ່ານ ພອນປະເສີດ ພັນທະວົງ ຮອງຫົວໜ້າຫ້ອງການຍຸຕິທຳເມືອງຮຸນ ພ້ອມດ້ວຍທີມງານ ໄດ້ລົງ ຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ ຢູ່ບ້ານ ນາໂຄ້ງ ແລະ ບ້ານ ແຟນ, ເມືອງຮຸນ, ແຂວງອຸດົມໄຊ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ.

ກອງປະຊຸມຜ່ານຮ່າງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງປີ 2022)

          ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ອຸດົມໄຊ ເປີດກອງປະຊຸມປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຄໍາຮອງທຸກ (ສະບັບປັບປຸງ ປີ 2022) ໂດຍການເປັນປະທານຂອງທ່ານ ສອນສຸວັນ ປັນຍາວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ, ມີຮອງຫົວໜ້າພະແນກຍຸຕິທໍາ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 8 ທ່ານ.

ຫ້ອງການຍຸຕິທຳເມືອງ ງາ ລົງເຄື່ອນໃຫວໂຄສະນາເຜີຍແຜ່ກົດໝາຍຢູ່ບ້ານ ດອນງີ້ວ

          ໃນວັນທີ 26 ພຶດສະພາ 2022 ທ່ານ ວຽງທອງ ໄຊຍະວົງ ຫົວໜ້າໜ່ວຍງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໃຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ດອນງີ້ວ, ມີທ່ານ ຄໍາພັນ ຕະນິລົມ ເລຂາພັກບ້ານ-ນາຍບ້ານ ດອນງີ້ວ, ມີຄະນະບ້ານ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ເຖົ່າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານ ດອນງີ້ວເຂົ້າຮ່ວມທັງໝົດ 76 ທ່ານ, ຍິງ 34 ທ່ານ

ຫົວໜ້າຫ້ອງການຍຸຕິທຳເມືອງ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ

          ໃນວັນທີ 24 ພຶດສະພາ 2022 ທ່ານ ສົມຈັນ ບຸນວິຫານ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ງາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ ຢູ່ທີ່ສະໂມສອນບ້ານເມືອງ ງາ ມີອົງການປົກຄອງບ້ານ 3 ບ້ານຄື: ບ້ານເມືອງ ງາ, ບ້ານ ດອນແອນ ແລະ ບ້ານ ຖິ່ນ, ມີຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ເຖົ່າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານເມືອງ ງາ ເຂົ້າຮ່ວມທັງໝົດ 56 ທ່ານ, ຍິງ 39 ທ່ານ

ຫ້ອງການຍຸຕິທຳເມືອງ ຮຸນ ລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ

          ໃນລະຫວ່າງວັນທີ 19–20 ພຶດສະພາ 2022 ທ່ານ ນາງ ຫຼ້າກິງຄຳ ຈັນທະລັງສີ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ຮຸນ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ ຢູ່ທີ່ບ້ານ ນາຝາງ ແລະ ບ້ານ ນາໂຮມ, ເມືອງ ຮຸນ ແຂວງ ອຸດົມໄຊ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ.

ຮອງຫົວໜ້າພະແນກຍຸຕິທຳແຂວງ ລົງຊຸກຍູ້ວຽກງານຍຸຕິທຳ ຢູ່ເມືອງ ງາ ແຂວງ ອຸດົມໄຊ

          ໃນວັນທີ 17-18 ພຶດສະພາ 2022 ທ່ານ ບຸນຈັນ ສີບຸນຕາ ຮອງຫົວໜ້າພະແນກຍຸຕິທໍາແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານ ຢູ່ ເມືອງ ງາ ໂດຍການຕ້ອນຮັບຂອງ ທ່ານ ສົມຈັນ ບຸນວິຫານ ຫົວໜ້າຫ້ອງການຍຸຕິທຳ ເມືອງ ງາ ແລະ ພະນັກງານ-ລັດຖະກອນພາຍໃນຫ້ອງການຍຸຕິທຳ.

ຫ້ອງການຍຸຕິທຳເມືອງ ງາ ແຂວງ ອຸດົມໄຊ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ຫ້ວຍເຊີຍ

          ໃນວັນທີ 16 ພຶດສະພາ 2022 ທ່ານ ວຽງທອງ ໄຊຍະວົງ ຫົວໜ້າໜ່ວຍງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໃຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ຫວ້ຍເຊີຍ ເມືອງ ງາ ແຂວງ ອຸດົມໄຊ  ເຂົ້າຮ່ວມມີທ່ານ ບົວເງິນ ໄຊພູວົງ ເລຂາພັກບ້ານ, ມີຄະນະບ້ານ, ພະນັກງານບຳນານ, ເຖົ່າແກ່ແນວໂຮມ, ປະຊາຊົນເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 41 ທ່ານ.

ຫ້ອງການຍຸຕິທຳເມືອງງາ ແຂວງ ອຸດົມໄຊ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ດອນຄໍາ

          ໃນວັນທີ 12 ພຶດສະພາ 2022 ທ່ານ ວຽງທອງ ໄຊຍະວົງ ຫົວໜ້າໜ່ວຍງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໃຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ດອນຄໍາ, ມີທ່ານ ວັນໄຊ ທົງໄລສອນ ນາຍບ້ານ, ມີຄະນະບ້ານ, ພະນັກງານບຳນານ, ເຖົ່າແກ່ແນວໂຮມ, ປະຊາຊົນເຂົ້າຮ່ວມທັງໝົດ 72 ທ່ານ, ຍິງ 31 ທ່ານ.

Pages