ສະຖາບັນຍຸຕິທຳແຫ່ງຊາດ

ທີ່ຕັ້ງ ແລະ ພາລະບົດບາດ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ

          ຕອນບ່າຍວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ໄດ້ມີ ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂຶ້ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສໍາຮອງ ແລະ ສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີປິດການຮຽນ-ການສອນ ຊຸດບໍາລຸງກົດໝາຍໄລຍະສັ້ນ 45 ວັນ ຮຸ່ນທີ IX ປີ 2022

          ຕອນເຊົ້າວັນທີ 6 ມັງກອນ 2023 ນີ້ ທີ່ພະແນກ ຍຸຕິທໍາ ແຂວງສະຫວັນະເຂດ ໄດ້ຈັດພິທີປິດການຮຽນ-ການສອນຊຸດບໍາລຸງກົດໝາຍໄລຍະສັ້ນ 45 ວັນ ຮຸ່ນທີ IX ປີ 2022 ພ້ອມມອບ-ຮັບໃບຢັ້ງຢືນໃຫ້ຜູ້ສຳເລັດການບຳລຸງກົດໝາຍ 45 ວັນ ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປທ ສົມສະໜິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທໍາຍຸຕິທຳແຫ່ງຊາດ ສາຂາແຂວງສະຫວັນນະເຂດ, ທ່ານ ສີສະຫວາດ ເພັງທະລັງສີ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາທ່ານແຂກຖືກເຊີນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີການແຂ່ງຂັນກິລາ-ສິລະປະວັນນະຄະດີ

          ຕອນເຊົ້າວັນທີ 6 ມັງກອນ 2023 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດພິທີການແຂ່ງຂັນສິລະປະວັນນະຄະດີຂຶ້ນ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຕາ ສ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ກຸ່ມບໍລິສັດໂຊກໄຊ ມອບທຶນສະໜັບສະໜູນການສຶກສາ ໃຫ້ແກ່ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ

          ໃນຕອນເຊົ້າວັນທີ 24 ພຶດສະພາ 2022 ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີ ມອບ-ຮັບ ທຶນສະໜັບສະໜູນການສຶກສາ ໃຫ້ແກ່ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ປະຈຳສົກສຶກສາ 2021-2022 ຈໍານວນ 10 ທຶນ ລວມມູນຄ່າທັງໝົດ 22,400,000 ກີບ (ຊາວສອງລ້ານສີ່ແສນກີບ) ໃຫ້ແກ່ນັກສຶກສາທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ; ໃຫ້ກຽດມອບໂດຍ ທ່ານ ພອນສະຫວັນ ສີຊະນະ ຮອງປະທານກຸ່ມບໍລິສັດໂຊກໄຊ ພ້ອມດ້ວຍຄະນະ. ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ; ມີຮອງສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານຄູອາຈານ ພ້ອມດ້ວຍນັກສຶກສາທີ່ໄດ້ຮັບທຶນ ເຂົ້າຮ່ວມ.

ພິທີ ມອບ-ຮັບ ທຶນສະໜັບສະໜູນການສຶກສາ ຫຼັກສູດ ກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ

          ໃນຕອນເຊົ້າວັນທີ 14 ພຶດສະພາ 2022 ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີ ມອບ-ຮັບ ທຶນສະໜັບສະໜູນການສຶກສາ ໃຫ້ແກ່ນັກສຶກສາກົດໝາຍ ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ ສົກສຶກສາ 2021-2022 ຈໍານວນ 12 ທຶນ ພາຍໃຕ້ໂຄງການ “ສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທໍາຂອງປະຊາຊົນໃນ ສປປ ລາວ (The Legal Aid Support Program)”, ລວມມູນຄ່າທັງໝົດ 194,640,000 ກີບ (ໜຶ່ງຮ້ອຍເກົ້າໝື່ນສີ່ລ້ານຫົກແສນສີ່ໝື່ນກີບ), ໃຫ້ກຽດມອບໂດຍ ທ່ານ ນາງ ດຣ ອິສໂຊເບວ ໂຄແມນ (Dr Isobel Coleman) ຮອງຜູ້ບໍລິຫານສູງສຸດຂອງ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID).

Pages