ພິທີປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບ 45 ວັນຊຸດທີ I ຂອງເມືອງຊະນະຄາມ ແຂວງວຽງຈັນ.

ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຊະນະຄາມ ແຂວງ ວຽງຈັນ.

ວັນທີ 11 ມິຖຸນາ 2019ຜ່ານມານີ້ ຢູ່ທີ່ສະໂມສອນເມືອງ ຊະນະຄາມ ຫ້ອງການຍຸຕິທໍາເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ I ຂຶ້ນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະໝານ ວິເສດຍະພົງສ໌ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ແລະ ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ໃນພິທີເປັນກຽດເຂົ້າຮ່ວມຈາກ ພຣະອາຈາຣຍ໌ ຫຸມພັນ ສຸຂະທັມໂມ ປະທານ ອໍພໍສໍ ເມືອງ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານບ້ານ, ອົງການປົກຄອງບ້ານໃນທົ່ວເມືອງ, ແຂກຖືກເຊີນ ແລະ ບັນດານັກຝຶກອົບຮົມເຂົ້າຮ່ວມ ຢ່າງພ້ອມພຽງ.

Subscribe to RSS - ພິທີປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບ 45 ວັນຊຸດທີ I ຂອງເມືອງຊະນະຄາມ ແຂວງວຽງຈັນ.