ກອງປະຊຸມຄະນະຄົ້ນຄວ້າຄວາມເປັນໄປໄດ້ໃນການເຂົ້າເປັນສະມາຊິກ ຂອງ ສປປ ລາວ ໃນອົງການກົດໝາຍສາກົນພາກເອກະຊົນ ແຫ່ງ ນະຄອນລາຮາຍ

ກອງປະຊຸມຄະນະຄົ້ນຄວ້າຄວາມເປັນໄປໄດ້ໃນການເຂົ້າເປັນສະມາຊິກ ຂອງ ສປປ ລາວ ໃນອົງການກົດໝາຍສາກົນພາກເອກະຊົນ ແຫ່ງ ນະຄອນລາຮາຍ

***************

ວັນທີ 13 ກັນຍາ 2024, ກົມຮ່ວມມືສາກົນ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ອົງການກົດໝາຍສາກົນພາກເອກະຊົນ (HCCH) ແລະ ບາງສົນທິສັນຍາສໍາຄັນ ພາຍໃຕ້ອົງການດັ່ງກ່າວ ຂຶ້ນທີ່ໂຮງແຮມ ຄຣາວຟຣາຊາ, ນະຄອນຫຼວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ເກດສະຫນາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ, ໂດຍມີ ທ່ານ ຄຣິດໂຕເປີ ເບີນາສະໂກນີ (Christophe Bernasconi) ເລຂາທິການໃຫຍ່ອົງການກົດໝາຍສາກົນພາກເອກະຊົນ ເຂົ້າຮ່ວມ ພ້ອມທັງເປັນຜູ້ໃຫ້ຂໍ້ມູນຂ່າວສານກ່ຽວກັບອົງການດັ່ງກ່າວ ໂດຍມີພະນັກງານຂັ້ນກົມ, ຂັ້ນພະແນກ, ວິຊາການ, ຈາກກະຊວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 35 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການປຶກສາຫາລື ແລກ ປ່ຽນບົດຮຽນ ແລະ ປະສົບການຕົວຈິງ ຂອງຄະນະຄົ້ນຄວ້າ ຮ່ວມກັບ ທ່ານ ເລຂາທິການໃຫ່ຍຂອງອົງການ HCCH, ຊຶ່ງປັດຈຸບັນ ສປປ ລາວ ແມ່ນຢູ່ໃນຂັ້ນຕຶນສຶກສາຄົ້ນຄວ້າຄວາມເປັນໄປໄດ້ພິຈາລະນາເຂົ້າເປັນສະມາຊິກຂອງອົງການ HCCH ແລະ/ຫລື ເຂົ້າເປັນພາຄີສົນທິສັນພາຍໃຕ້ອົງການດັ່ງກ່າວ ເພື່ອເພີ່ມທະວີການພັດທະນາວຽກງານກົດໝາຍສາກົນພາກເອກະຊົນຢູ່ ສປປລາວ ແນ່ໃສ່ຮອງຮັບການເພີ່ມຂຶ້ນເລື້ອຍໆຂອງການພົວພັນສາກົນຂອງ ສປປ ລາວ ໂດຍສະເພາະ ການພົວພັນຮ່ວມມືດ້ານເສດຖະກິດ, ທຸລະກິດ, ລົງທຶນ, ການໄປມາຫາສູ່ຂ້າມແດນປະເທດຂອງບຸກຄົນ, ນິຕິບຸກຄົນ ຂອງ ສປປ ລາວ ແລະຕ່າງປະເທດ. ອົງການ HCCH ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນລາຮາຍ ປະເທດໂຮນລັງ, ມີຫ້ອງການປະຈໍາອາຊີ-ປາຊີຟິກ ຕັ້ງຢູ່ຮົງກົງ, ສປ ຈີນ ແລະ ປະຈໍາທະວີບອາເມລິກາລາຕິນ ຕັ້ງຢູ່ນະຄອນຫຼວງ Buenos Aires ປະເທດອາກຊັງຕິນ. ນອກນັ້ນ HCCH ຍັງມີແຜນເປີດຫ້ອງການປະຈໍາທະວີບອາຝຣິກາໃນອະນາຄົດອັນໃກ້ໆນີ້.

ກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກໂຄງການ Lao/037.

ຂ່າວ: ກະຊວງຍຸຕິທຳ