ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງອຸປະທູດ ແຫ່ງ ລຸກຊຳບວກ ປະຈໍາ ສປປ ລາວ

ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງອຸປະທູດ ແຫ່ງ ລຸກຊຳບວກ ປະຈໍາ ສປປ ລາວ

        ໃນວັນທີ 8 ສິງຫາ 2024 ທີ່ ກະຊວງຍຸຕິທຳ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໂທມັສ ລາມມາຣ (Mr. Thomas Lammar), ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ.       ການເຂົ້າພົບຂອງ ທ່ານ ໂທມັສ ລາມມາຣ, ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ແລກປ່ຽນ ແລະ ທົບທວນການຮ່ວມມື ໃນຂົງເຂດຍຸຕິທຳໃນໄລຍະຜ່ານມາ ແລະ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າລະຫວ່າງກະຊວງຍຸຕິທຳ ຮ່ວມກັບ ລັດຖະບານລຸກຊຳບວກໂດຍສະເພາະການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການສ້າງບຸກຄະລາກອນກົດໝາຍກໍຄືວຽກງານປິ່ນອ້ອມກ່ຽວຂ້ອງອື່ນໃນຂົງເຂດຍຸຕິທຳ ແລະ ພ້ອມດຽວກັນນີ້ ທ່ານ ອຸປະທູດ ໄດ້ແຈ້ງທຶນການສຶກສາລະດັບປະລິນຍາໂທ 03 ທຶນ ແລະ ລະດັບປະລິນຍາເອກ 01 ທຶນສຳລັບພະນັກງານໃນຂົງເຂດກົດໝາຍ ກໍຄືຍຸຕິທຳທີ່ຕິດພັນກັບວຽກງານສາທາ ແລະ ວຽກພັດທະນາບູລິມະສິດ.

        ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ກ່າວຂອບໃຈຕໍ່ ທ່ານ ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອຂະແໜງຍຸຕິທຳ ໂດຍຜ່ານໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ ໃນ ສປປ ລາວ (Lao/037) ເປັນຕົ້ນ ແມ່ນການຊ່ວຍເຫຼືອເຂົ້າໃນວຽກງານການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ແລະ ວຽກງານອື່ນໆຂອງຂະແໜງຍຸຕິທຳ ເພື່ອເສີມສ້າງການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານດັ່ງກ່າວ ແມ່ນຕ້ອງໄດ້ແລກປ່ຽນບົດຮຽນທີ່ດີກັບປະເທດອື່ນ ກໍຄືບັນດາປະເທດທີ່ຢູ່ອ້ອມຂ້າງ ສປປ ລາວ ໂດຍສະເພາະແມ່ນກັບ ສສ ຫວຽດນາມ.

ໃນຕອນທ້າຍ ທ່ານ ເກດສະນາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມກະຊວງຍຸຕິທຳຂອງທ່ານ ໂທມັສ ລາມມາຣ, ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າລັດຖະບານລຸກຊຳບວກຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານຂອງຂະແໜງຍຸຕິທຳ ໃນຕໍ່ໜ້າ.

ຂ່າວ-ພາບ: ກະຊວງຍຸຕິທໍາ