ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມຄະນະເຄື່ອນໄຫວຕິດຕາມ ຊຸກຍູ້ ວຽກງານຍຸຕິທໍາ ຢູ່ແຂວງຈໍາປາສັກ

ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມຄະນະເຄື່ອນໄຫວຕິດຕາມ ຊຸກຍູ້ ວຽກງານຍຸຕິທໍາ ຢູ່ແຂວງຈໍາປາສັກ

            ລະຫວ່າງວັນທີ 05-06 ສິງຫາ 2024 ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານຍຸຕິທໍາ ຢູ່ແຂວງຈໍາປາສັກ, ເຊິ່ງການລົງມາເຄື່ອນໄຫວໃນຄັ້ງນີ້ທ່ານໄດ້ເຂົ້າພົບປະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ທີ່ຫ້ອງວ່າການແຂວງຈໍາປາສັກໂດຍມີຈຸດປະສົງລາຍງານບາງວຽກງານໃນການເຄື່ອນໄຫວ ໂດຍສະເພາະແມ່ນການຜັນຂະຫຍາຍການຊີ້ນຳຂອງຄະນະເລຂາທິການໃຫຍ່ ກ່ຽວກັບການປັບປຸງວຽກງານຍຸຕິທຳ ໂດຍຍົກບາງວຽກງານເຊັ່ນ : ວຽກປະຕິບັດຄຳຕັດສິນຂອງສານ, ການຄຸ້ມຄອງທະນາຍຄວາມ, ຕິດພັນກັບການສ້າງນິຕິກຳ ໃຫ້ສອດຄອງກັບສະພາບການຂອງສັງຄົມ. ຈາກນັ້ນ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມຄະນະໄດ້ລົງພົບປະໂອລົມ ຄະນະພັກ, ຄະນະພະແນກ, ກອງປະຕິບັດຄໍາຕັດສິນຂອງສານ, ສະຖາບັນຍຸຕິທໍາແຫ່ງຊາດສາຂາແຂວງຈໍາປາສັກ, ສະພາທະນາຍຄວາມປະຈຳແຂວງຈໍາປາສັກ, ຫ້ອງການຍຸຕິທໍານະຄອນ, 9 ເມືອງ ແລະ ພະນັກງານທັງໝົດເຂົ້າຮ່ວມ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງຈໍາປາສັກ. ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ທ່ານລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຍຸຕິທໍາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ ທ່ານ ບຸນຄົງ ພັນວົງສາ ຫົວໜ້າພະແນກຍຸຕິທໍາແຂວງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ແລະໃນໂອກາດນີ້ກໍໄດ້ຮັບຟັງການໂອ້ລົມຂອງ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຊຶ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍານະຄອນ, 9 ເມືອງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ຄະນະກອງປະຕິບັດຄຳຕັດສິນຂອງສານ, ສະຖາບັນຍຸຕິທຳແຫ່ງຊາດສາຂາແຂວງຈໍາສັກ, ສະພາທະນາຍຄວາມປະຈໍາແຂວງຈໍາປາສັກ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ- ນໍາພາແນວຄິດ ໃຫ້ກວ້າງຂວາງ, ເລິກເຊິ່ງ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດຄໍາແນະນໍາຂອງລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຢ່າງແຂງງແຮງ ແລະ ເປັນຂະບວນການຟົດຟື້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ພໍ່ແມ່ປະຊາຊົນມອບໝາຍໃຫ້ເປັນຢ່າງດີ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ຈັດຕັ້ງປະຕິບັດວຽກງານຍຸຕິທໍາ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ນັບມື້ນັບສູງຂຶ້ນ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍຂອງພົນລະເມືອງ ແລະ ເປັນການສ້າງພື້ນຖານທີ່ສຳຄັນໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນເທື່ອລະກ້າວ. ໃນໂອກາດການລົງເຄື່ອນໄຫວໃນຄັ້ງນີ້, ທ່ານລັດຖະມົນຕີຍັງໄດ້ເຂົ້າຮ່ວມໃນພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນໃຫ້ແກ່ພະນັກງານພະແນກການອ້ອມຂ້າງແຂວງ, ນະຄອນ, 9 ເມືອງ ພາກສ່ວນທຸລະກິດ ແລະ ເອກກະຊົນ ປະຈໍາປີ 2024 ຕື່ມອີກ.

ພາບ-ຂ່າວ: ພະແນກຍຸຕິທໍາແຂວງ