Submitted by wickyboubphalyvanh on

ໃນວັນທີ 14 -15 ພຶດສະພາ 2019 ຜ່ານມານີ້ ທາງຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ສົມທົບກັບ ຄະນະອຳນາດການປົກຄອງເມືອງ ມະຫາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍຂຶ້ນ ທີ່ສະໂມສອນເມືອງ ມະຫາໄຊ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ບົວພັນ ແສງຈັນ ເລຂາພັກເມືອງ ເຈົ້້າເມືອງ ມະຫາໄຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ເຂົ້າຮ່ວມມີບັນດາຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມຈຳນວນ 13 ຄົນ, ຍິງ 3 ຄົນ, ພ້ອມດ້ວຍບັນດາຫົວໜ້າຫອ້ງການ, ຮອງຫ້ອງການ, ພະນັກງານວິຊາການຂອງບັນດາຫ້ອງການອອ້ມຂ້າງເມືອງ ພ້ອມດ້ວຍການຈັດຕັ້ງຂັ້ນຮາກຖານບ້ານ ເຂົ້າຮ່ວມທັງໝົດ ຈຳນວນ 159 ຄົນ, ຍິງ 59 ຄົນ .
ຜ່ານການດຳເນີນເປັນເວລາ 2 ວັນ ກອງປະຊຸມໄດ້ເຜີຍແຜ່ ແລະ ຮັບຟັງການເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳຕ່າງຄື :
- ກົດໝາຍວ່າດ້ວຍ ກຳມະສິດ.
- ກົດໝາຍວ່າດ້ວຍ ການສືບທອດມູນມໍລະດົກ.
- ກົດໝາຍວ່າດ້ວຍ ຄອບຄົວ.
- ກົດໝາຍວ່າດ້ວຍ ຢາເສບຕິດ.
- ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ.
- ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.
- ກົດໝາຍວ່າດ້ວຍ ທະບຽນສານ.
- ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
- ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ.
ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງ ການໃຫ້ຄຳຄິດຄຳເຫັນ ຂອງທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຊຶ່ງເນື້ອໃນຕົ້ນຕໍໄດ້ຍົກໃຫ້ເຫັນ ຈຸດປະສົງ ແລະ ຄວາມຈຳເປັນຂອງການເຜີຍແຜ່ກົດໝາຍ ຊຶ່ງຂະແໜງການກ່ຽວຂ້ອງຕ້ອງມີສ່ວນຮ່ວມ , ບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງໃນການຈັດຕັ້ງປະຕິບັດກົດໝາຍ ລວມທັງ ເນື້ອໃນຈິດໃຈຂອງບາງເນື້ອໃນ ບາງມາດຕາ ເພື່ອໃຫ້ສຳມະນາກອນໄດ້ມີຄວາມເຂົ້າໃຈຢ່າງເລິກເຊິງ .
ທັງນີ້ ທ່ານຄຳເພົ້າ ທອງເທພາຮັກ ກໍ່ຍັງໄດ້ສະແດງຄວາມຮູ້ບຸນຄຸນ ຍ້ອງຍໍ ຊົມເຊີຍ ມາຍັງ ທຸກໆພາກສ່ວນ ທີ່ໄດ້ໃຫ້ການຮ່ວມໄມ້ ຮ່ວມມື ທັງເອື້ອອຳນວຍຄວາມສະດວກ ແລະ ສະໜອງດ້ານຕ່າງໆ ບໍ່ວ່າຈະເປັນສະຖານທີ່ຈັດກອງປະຊຸມໄປຈົນເຖິງ ອຸປະກອນຮັບໃຊ້ທີ່ປະຊຸມ ແລະ ອື່ນໆ. ພ້ອມທັງຊົມເຊີຍ ບັນດານັກສຳມະນາກອນ ທຸກທ່ານ ທີ່ມາຈາກຫ້ອງການອ້ອມຂ້າງ ຈົນຮອດການຈັດຕັ້ງຂັ້ນຮາກຖານ ທີ່ໄດ້ ໃຫ້ຄວາມສຳຄັນ ໃນການເຂົ້າຮ່ວມ ແລະ ມີສ່ວນຮ່ວມຕໍ່ວຽກງານ ໂຄສະນາເຜີຍແຜ່ກົດໝາຍ ໃນຄັ້ງນີ້ ໃຫ້ມີເນື້້ອໃນເລິກເຊີ່ງ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ
ກອງປະຊຸມ ໄດ້ປິດລົງ ໃນເວລາ 16:00 ໂມງ ຂອງວັນທີ 15 ພຶດສະພາ 2019