ປະກາດ 7 ບ້ານ, ກຸ່ມ 4 ເປັນບ້ານແບບຢ່າງປະຕິບັດກົດໝາຍ

  ພິທີປະກາດ 7 ບ້ານ, ກຸ່ມ 4 ຂອງເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເປັນບ້ານແບບຢ່າງປະຕິບັດກົດໝາຍ ໃນວັນທີ 14 ມັງກອນ 2020 ທີ່ອາຮາມວັດສີຊົມຊື່ນ ໂດຍການເປັນປະທານຂອງທ່ານ ຄຳສະຫວັນ ໂຄດໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄຊເສດຖາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ  ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງການຍຸຕິທໍາເມືອງ ໄຊເສດຖາ, ເລຂາພັກກຸ່ມຮາກຖານ, ເລຂາພັກບ້ານ, ນາຍບ້ານ, ຮອງນາຍບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 7 ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ອິນແປງ ປຣະເສີດ ຮອງນາຍບ້ານເມືອງນ້ອຍ ໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດວຽກງານການສ້າງບ້ານແບບຢ່າງປະຕິບັດກົດໝາຍໂດຍຫຍໍ້ ຂອງກຸ່ມ 4 ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ມີ 7 ບ້ານຄື: ບ້ານເມືອງນ້ອຍ, ບ້ານຊຽງດາ, ບ້ານຫົວຂົວ, ບ້ານຄຳສະຫວາດ, ບ້ານໂນນຄໍ້ໃຕ້, ບ້ານໂນນຄໍ້ເໜືອ ແລະ ບ້ານໂນນຫວາຍ, ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍນີ້ ແມ່ນການປະກອບສ່ວນໂດຍກົງທີ່ສຳຄັນຕໍ່ການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ກຸ່ມບ້ານພັດທະນາຮອບດ້ານ, ເປັນການສ້າງອະລິຍະທໍາທາງດ້ານກົດໝາຍ, ໝາຍເຖິງການສ້າງຄອບຄົວສີວິໄລ-ຍຸຕິທຳ ຄວາມສາມັກຄີເອື້ອເຟື້ອບົນພື້ນຖານລັດຖະທໍາມະນູນ, ກົດໝາຍໃຫ້ແກ່ສະມາຊິກຄອບຄົວ ແລະ ປະຊາຊົນພາຍໃນບ້ານ, ເປັນການສ້າງສະຕິຕື່ນຕົວເຄົາລົບ ແລະປະຕິບັດລັດຖະທໍາມະນູນ, ກົດໝາຍ, ກົດລະບຽບບ້ານ ແລະ ຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າພາຍໃນບ້ານ, ເປັນການສ້າງຄວາມສາມັກຄີ, ຄວາມເປັນເອກະພາບ ຂອງອົງການປົກຄອງປະຊາຊົນ ແລະ ສະມາຊິກພາຍໃນຄອບຄົວ ເປັນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຜູ້ລະເມີດຕໍ່ກົດໝາຍ ດ້ວຍການຄ້າຂາຍເຖື່ອນຜິດກົດໝາຍ, ການລັກຊັບ, ປຸ້ນຈີ້ຊິງຊັບ, ການພະນັນທີ່ຕ້ອງຫ້າມ, ການສໍ້ໂກງຊັບ, ການເປັນໂສເພນີ, ຄ້າປະເວນີ ພ້ອມທັງສະກັດກັ້ນແກ້ໄຂຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນພາຍໃນບ້ານດ້ວຍການປານີປານອມ, ດ້ວຍສັນຕິວິທີ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຍຸຕິທຳສະເໝີພາບຕໍ່ໜ້າກົດໝາຍ.

      ການສ້າງບ້ານແບບຢ່າງປະຕິບັດກົດໝາຍ ແມ່ນຫ້ອງການຍຸຕິທຳເມືອງ ໄດ້ຄົ້ນຄ້ວາ ເນື້ອໃນມາດຖານຂອງບ້ານແບບຢ່າງປະຕິບັດກົດໝາຍ ທົ່ວເມືອງ ໄຊເສດຖາ ມີທັງໝົດ ຈຳນວນ 48 ບ້ານ ຊຶ່ງໄດ້ປະສານສົມທົບກັບ ໜ່ວຍງານກໍ່ສ້າງຮາກຖານເມືອງ, ຫ້ອງວ່າການແນວລາວສ້າງຊາດ, ສະຫະພັນແມ່ຍິງ, ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕີລາຄາປະເມີນຜົນຕົວຈິງໃນ 5 ມາດຖານການສ້າງຄອບຄົວແບບຢ່າງປະຕິບັດກົດໝາຍ ແລະ ການຕີລາຄາປະເມີນຕົວຈິງໃນ 6 ມາດຖານ, ການສ້າງບ້ານແບບຢ່າງປະຕິບັດປະຕິບັດກົດໝາຍ ຊຶ່ງໄດ້ຄົບຕາມມາດຖານ ແລະ ໄດ້ປະກາດເປັນບ້ານແບບຢ່າງປະຕິບັດກົດໝາຍ 5 ບ້ານຄື: ບ້ານເມືອງນ້ອຍ, ບ້ານຊຽງດາ, ບ້ານຄຳສະຫວາດ, ບ້ານໂນນຄໍ້ໃຕ້ ແລະ ບ້ານຫົວຂົວ;  ບໍ່ໄດ້ເປັນບ້ານແບບຢ່າງປະຕິບັດກົດໝາຍມີ 2 ບ້ານຄື: ບ້ານໂນນຄໍ້ເໜືອ ແລະ ບ້ານໂນນຫວາຍ.

     ພ້ອມກັນນີ້; ກໍ່ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນໃຫ້ບ້ານແບບຢ່າງປະຕິບັດກົດໝາຍ ແລະ ເປີດປ້າຍ, ຕີຄ້ອງ 9 ບາດ ປະກາດບ້ານແບບຢ່າງປະຕິບັດກົດໝາຍຢ່າງເປັນທາງການ.

                                                                                                                                                                                                                               ພາບ-ຂ່າວໂດຍ: ສຸວັນ ສີມະນີວົງ.