ຊຸດຝຶກອົບຮົມຜູ້ປະສານງານ ວຽກງານຈົດໝາຍເຫດທາງລັດຖະການ 5 ແຂວງພາກໃຕ້

 ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ,​ ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຈັດຊຸດຝຶກອົບຮົມໃຫ້ຜູ້ປະສານງານວຽກງານ ຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 5 ແຂວງພາກໃຕ້ ລະຫວ່າງ ວັນທີ 29-30 ມິຖຸນາ 2016 ທີ່ໂຮງແຮມຮຸ່ງທິບ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພູນ ຕຸໄພທູນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ທ່ານ ປອ. ເສີມສຸກ ສມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີນັກສຳມະນາກອນ ມາຈາກ ຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງ ສະຫວັນ ນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ຊຶ່ງມີຜູ່ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະສານງານເຫັນໄດ້ບົດບາດຄວາມໝາຍຄວາມສຳຄັນ ຂອງການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ ແລະ ຖືວຽກງານດັ່ງກ່າວ ເປັນວຽກງານໜຶ່ງທີ່ມີຄວາມຕ້ອງການ ແລະ ຄວາມຈຳເປັນພິເສດ ໃນການສ້າງຄວາມໂປ່ງໃສຂອງລະບົບນິຕິກຳ ໃນການຄຸ້ມຄອງລັດ-ສັງຄົມ ກໍຄືລະບົບການປົກຄອງໃນບັນດາແຂວງ.

ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃຫ້ຜູ້ປະສານງານຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃຫ້ມີປະສິດທິຜົນ, ຜູ້ປະສານງານຕ້ອງກຳໄດ້ ແລະ ຮັບຮູ້ ສິດ ແລະ ພາລະບົດບາດຂອງຕົນໃນ ການສັງລວມ, ການເກັບໂຮມ, ການໄຈ້ແຍກ ແລະ ການນຳສົ່ງນິຕິກຳ ລວມເຖິງວິທີການນຳໃຊ້ເວັບໄຊຈົດໝາຍເຫດທາງລັດຖະການ. ໃນລະຫວ່າງການຝຶກອົບຮົມໄດ້ດຳເນີນໄປດ້ວຍບັນຍາກາດດີ, ຟົດຟື້ນ ແລະ ເປັນ ກັນເອງ ແລະ ໄດ້ມີການແລກປ່ຽນຄຳຄິດ ຄຳເຫັນ ແລະ ຖອດຖອນບົດຮຽນນຳກັນ ລະຫວ່າງ ນັກສຳມະນາກອນ ແລະ ຜູ້ບັນຍາຍ ເຫັນວ່າບັນຫາໃດຍັງບໍ່ຈະແຈ້ງ ກໍໄດ້ຮັບການແກ້ໄຂ ແລະ ເປັນເອກະພາບກັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຂຶ້ນຕື່ມ. ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳ​ເນີນໄປເປັນ ເວລາ ສອງ ວັນ.

ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ. ເສີມສຸກ ສີມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ເນັ້ນຕື່ມອີກວ່າ ຜູ້ປະສານງານທີ່ໄດ້ຮັບການແຕ່ງຕັ້ງແລ້ວຖືວ່າເປັນບຸນຄົນທີ່ມີຄວາມສຳ ຄັນ ໃນການເປັນຕົວແທນໃຫ້ແກ່ອົງການປົກຄອງທ້ອງຖິ່ນຂອງຕົນ ເພື່ອປະສານສົມທົບກັບຂັ້ນສູນກາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ. ສະນັ້ນ, ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ບັນດາທ່ານຕ້ອງນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອກັບໄປລາຍງານໃຫ້ຄະນະນຳຂອງແຂວງຮັບຮູ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດັ່ງກ່າວ ເພື່ອໃຫ້ບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຂອງແຂວງຕົນນັ້ນ ສາມາດພິມລົງໃນເວັບໄຊຈົດໝາຍເຫດທາງລັດຖະການໃຫ້ຫຼາຍຂຶ້ນ ແລະ ເຮັດໃຫ້ບັນດານິຕິກຳເຫຼົ່ານັ້ນມີຜົນສັກສິດຕາມກົດໝາຍ.

 

ປະເພດຂ່າວ: 
ປ້າຍ Tags ຕິດຕາມ: