ຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ

     ໃນ​ວັນ​ທີ 20-21 ມິຖຸນາ 2017 ຢູ່ທີ່ ທ່າ​ລາດ, ແຂວງວຽງຈັນ ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ ພະນັກງານ-ລັດຖະກອນ ຫຼັກ​ແຫຼ່ງຂອງ​ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍຂອງ ທ່ານ ຫົວໜ້າກົມກົດໝາຍ ພ້ອມດ້ວຍລັດຖະກອນວິຊາການ ກະຊວງຍຸຕິທຳ, ມີນັກສຳມະ ນາກອນ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມທັງໝົດ 25 ທ່ານ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກໃນການສ້າງກົດໝາຍໃຫ້ແກ່ພະນັກງານ ຂອງກະ ຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໃນວຽກງານການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ.

    ຕະຫຼອດລະຍະຂອງການຝຶກອົບຮົມ ນັກສຳມະນາກອນ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຕັກນິກການຮ່າງນິຕິກຳ ເປັນຕົ້ນ ການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ການກວດການິຕິກຳ ແລະ ໃຫ້ຄຳເຫັນຕໍ່ບົດ ປະເມີນຜົນກະທົບຂອງຮ່າງນິຕິກຳ ພ້ອມທັງໄດ້ແລກປ່ຽນ, ສົນທະນາ ແລະ ຕອບຄຳຖາມຕໍ່ກັບບັນຫາຕ່າງໆກ່ຽວກັການສ້າງນິຕິກກຳ ດ້ວຍບັນຍາກາດຝົດຝຶ້ນດີ.

                                                                                                                                                                                           ຂຽນຂ່າວ: ກັນຫາ ມີໄຊບົວ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ

                                                                                                                                                                                                                             ຜູ້ປະສານງານ ກົມກົດໝາຍ

 

 

ປະເພດຂ່າວ: