ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບແບບສອບຖາມສໍາລັບຕົວຊີ້ວັດ

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ກົມກວດກາ ແລະ ປະເມີນຜົນນິຕິກໍາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບແບບສອບຖາມສໍາລັບຕົວຊີ້ວັດທີ 9 ແລະ ທີ 10 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກໍາກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ແລະ ຕາງໜ້າອົງການ GIZ ເຂົ້າຮ່ວມທັງໝົດ 14 ທ່ານ, ຍິ 6 ທ່ານ.

ຈຸດປະສົງຂອງກອງປະຊຸມ ກໍເພື່ອແລກປ່ຽນບົດຮຽນ ກ່ຽວກັບແບບສອບຖາມສໍາລັບຕົວຊີ້ວັດທີ 9 ແລະ ທີ 10 ຊຶ່ງຕົວຊີ້ວັດທີ 9 ແມ່ນວັດແທກຄວາມເໝາະສົມທາງດ້ານເວລາ ແລະ ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງດ້ານການຄ້າໂດຍຜ່ານສານຂັ້ນຕົ້ນ (ສາມເດືອນ) ແລະ ດັດຊະນີຄຸນນະພາບຂອງຂະບວນຍຸຕິທໍາ, ປະເມີນການຮັບຮອງເອົາບັນດາວິທີປະຕິບັດທີ່ດີຂອງແຕ່ລະປະເທດ, ປະສິດທິພາບ ແລະ ປະສິດທິຜົນຂອງລະບົບສານ ແລະ ຕົວຊີ້ວັດທີ 10 ແມ່ນການແກ້ໄຂບັນຫາການລົ້ມລະລາຍຂອງ ສປປ ລາວ ແມ່ນຈັດຢູ່ໃນລະດັບທີ 168 ແລະ ໃນປີນີ້ກໍແມ່ນອັນດັບດຽວກັນ ເພາະຜ່ານມາຍັງບໍ່ເຄີຍມີການຈັດຕັ້ງປະຕິບັດເທື່ອ.
ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ສົມຫວັງ ບົວລະພັນ

ປະເພດຂ່າວ: