Submitted by buakhao on

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໝູນວຽນມາບັນຈົບ ຄົບຮອບ 69 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2018) ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 29 ມັງກອນ 2018 ທ່ານນາງ ດວງມະນີ ລາວມາວ ກຳມະການຄະນະບໍລິຫານງານພັກກະຊວງ, ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ ໄດ້ນຳພາເອື້ອຍນ້ອງແມ່ຍິງຂອງກະຊວງຍຸຕິທຳ, ໄປມອບປື້ມກົດໝາຍ ຈຳນວນ 10 ຊຸດ, ເງິນສົດ ຈຳນວນ 3 ລ້ານກີບ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ ລວມມູນຄ່າ 6,700,000 ກີບ ໃຫ້ແກ່ອ້າຍນ້ອງທະຫານ ກອງພັນຂົນສົ່ງ 401 ທີ່ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຊື່ງກ່າວຮັບໂດຍທ່ານ ພັທ ຄຳສອນ ຂັນທະຈັກ ຫົວໜ້າຫ້ອງການການເມືອງ ກອງພັນຂົນສົ່ງ 401 ມີພະນັກງານ, ນາຍ ແລະ ພົນທະຫານທັງສອງຝ່າຍຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ ທ່ານ ພັທ ຄຳສອນ ຂັນທະຈັກ ຫົວໜ້າຫ້ອງການການເມືອງ ກອງພັນຂົນສົ່ງ 401 ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບທາງສະຫະພັນແມ່ຍິງກະຊວງຍຸຕິທຳ ທີ່ຍາມໃດກໍຍັງເປັນຫ່ວງເປັນໃຍຕໍ່ອ້າຍນ້ອງນັກຮົບ ແລະ ນຳເອົາປື້ມກົດໝາຍມາມອບໃຫ້ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນການຫັນການຄຸ້ມຄອງຊີ້ນຳ-ບັນຊາ ຖັນແຖວນັກຮົບ ເຂົ້າສູ່ກົດໝາຍເທື່ອລະກ້າວ ທ່ານໄດ້ເນັ້ນໜັກວ່າຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.
ຈາກນັ້ນທັງສອງພາກສ່ວນກໍໄດ້ຮ່ວມກັນແຂ່ງຂັນກິລາເປຕັງເພື່ອສ້າງຄວາມສາມັກຄີຮັກແພງ ຊົມເຊີຍ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຊຶ່ງບັນຍາກາດການພົບປະ ແລະ ແຂ່ງຂັນກິລາໃນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.
ຂ່າວ: ອ່ອນຄຳ ໄຊຍະວົງ ພາບ: ສົມຫັວງ