ກະຊວງຍຸຕິທໍາ ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ, ວັນຢຶດອໍານາດທົ່ວປະເທດ ແລະ ເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ.

ກະຊວງຍຸຕິທໍາ ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ, ວັນຢຶດອໍານາດທົ່ວປະເທດ ແລະ ເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ.

          ໃນວັນທີ 19 ສິງຫາ 2024 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ຈັດພິທີປາຖະກະຖາ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024), ວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ແລະ 49 ປີ ແລະ ເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບປີ 2024 -2028. ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທໍາ, ມີ ທ່ານ ບຸນທາ ຊົງເຢີທ່າວ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາກຳມະການຄະນະພັກກະຊວງ, ຄະນະພັກຮາກຖານ, ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ອັນມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຍົກໃຫ້ເຫັນ “ຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ” ຍ້ອນພາລະກິດປະຕິວັດແຫ່ງການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ, ແບບໃໝ່ ແລະ ໄດ້ສະຖາປະນາລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າອົງອາດ ໃນວັນທີ 2 ທັນວາ 1975 ຊຶ່ງເປັນການໄຂສັງກາດໃໝ່ທີ່ປະເທດຊາດໄດ້ຮັບເອກະລາດຢ່າງສົມບູນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ອັນໄດ້ເລັ່ງທວງໃຫ້ຕ້ອງມີນິຕິກໍາພຶ້ນຖານ ເພື່່ອຮັບຮູູ້ ແລະ ຄໍ້າປະກັນໝາກຜົນອັນຍິ່ງໃຫຍ່ຂອງຊາດລາວວິລະຊົນ. ເຊິ່ງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ເປັນບາດລ້ຽວໃໝ່ໃນການຫັນໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ. ຕະຫຼອດໄລຍະ 33 ປີທີ່ຜ່ານມາ, ລັດເຮົາໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໄດ້ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ ແລະ ຂົງເຂດການຕ່າງປະເທດ 5 ສະບັບ. ນີ້ແມ່ນການຂະຫຍາຍຕົວຂອງລັດຖະທຳມະນູນ ຈາກກົດໝາຍແມ່ມາເປັນກົດໝາຍລູກ ເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບ, ຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ກາຍເປັນພາຫະນະແຫຼມຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ກໍຄືປະຊາຊົນລາວບັນດາເຜົ່າ. ຈາກນັ້ນ ປະທານ ໄດ້ປາຖະກະຖາວັນຢຶດອໍານາດທົ່ວປະເທດ ໄດ້ຍົກໃຫ້ເຫັນ ”ປະຫວັດຄວາມເປັນມາຂອງການຢຶດອໍານາດ ເດືອນ ສິງຫາ 1945 ແລະ 23 ສິງຫາ 1975” ເຊິ່ງໄດ້ຫວນຄືນປະຫວັດສາດ ແຕ່ສະຕະວັດທີ 14 ເຈົ້າຟ້າງຸ່ມ ໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລ້ານຊ້າງ ມາຮອດສະຕະວັດທີ 16 ອານາຈັກລ້ານຊ້າງ ຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາເປັນເມືອງສ່ວຍ ຫຼັງຈາກນັ້ນ ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະ ພັດ ໄດ້ດໍາເນີນການຮຸກຮານ ແລະ ປະເທດລາວ ໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ

       ໃນປີ 1893. ດ້ວຍນໍ້າໃຈຮັກຊາດ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ ເພືຶ່ອຄວາມເປັນເອກະລາດ, ເສລີພາບຂອງຕົນ. ພາຍໃຕ້ການນໍາພາຂອງພັກໄດ້ນໍາພາປະຊາຊົນລາວ ລຸກຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ ປີ 1945. ພາຍຫຼັງທີ່ພວກລາເມືອງຂຶ້ນຝຣັ່ງຖືກປະລາໄຊ, ຈັກກະພັດອາເມລິກາກໍ່ໄດ້ເຂົ້າມາແທນ ເຮັດໃຫ້ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັັ້ງຂຶ້ນ ໃນວັນທີ 22 ມີນາ 1955 ເພື່ອນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຂັບໄລ່ຈັກກະພັດອາເມລິກາ ແລະ ໄດ້ຢຶດອໍານາດໃນວັນທີ 23 ສິງຫາ 1975. ສະນັ້ນ, ໃນວັນດັ່ງກ່າວ ຈິງມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພືຶ່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ " ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ "; ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ - ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມືຶ່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ.

         ໃນພິທີຄັ້ງນີ້ ທ່ານ ບຸນທາ ຊົງເຢີທ່າວ ກໍໄດ້ສືບຕໍ່ເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບປີ 2024 -2028 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າໃຈແຈ້ງເຖິງຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ, ໃຫ້ຮັບຮູ້ເຖິງນໍ້າໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫຼະຕໍ່ສູ້ຢຶດອໍານາດໃນ ເດືອນ ສິງຫາ ປີ 1945 ແລະ 23 ສິງຫາ 1975 ແລະ ນຳເອົາເນື້ອໃນຈິດໃຈມູນເຊື້ອວັນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ.

ຂ່າວ-ພາບ: ກະຊວງຍຸຕິທໍາ