ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມຂອງອົງການສະຫະປະຊາຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ, ໃນຖານະເປັນຮອງຜູ້ອຳນວຍການໂຄງການ3S-ROL ແລະ ທ່ານ ນາງ ແຄເທີີລີນ ເຟື໋ອງ, ຮອງຜຸ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ. ມີຜູ້ຕາງໜ້າຈາກບັນດາສະຖານທູດ; ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ບໍ່ສັງກັດລັດຖະບານ ມີ ບັນດາຫົວໜ້າ ແລະ ສະມາຊິກຂອງແຜນງານເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 12 ກຸມພາ 2021 ທີ່ຜ່ານມານີ້ ຄະນະໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກ ຮອບ II ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາໂດຍການເປັນປະທານຮ່ວມ ສະຫາຍ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ມີສະຫາຍ ດາວສະຫວັນ ລາດຊະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ, ສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທໍາ ມີບັນດາສະຫາຍຊາວໜຸ່ມ, ຕາງໜ້າຈາກໄອຍະການປະຊົນແຂວງ, ສານປະຊາຊົນແຂວງ , ສະພາປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 8 ສະຫ
ກອງປະຊຸມສະຫຼຸບຕີລາຄາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງ ພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2021 ຢູ່ພະແນກຍຸຕິທຳແຂວງ ໂດຍ ສະຫາຍ ສອນສຸວັນ ປັນຍາວົງ ຫົວໜ້າພະແນກຍຸຕິທຳແຂວງ, ສະຫາຍ ນາງ ວັນທອງ ວັນນະລາດ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ພາສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 5 ກຸມພາ 2021 ທີ່ຜ່ານມາໜ່ວຍຊາວໜຸ່ມ ພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ທ່ານ ມົນຕີ ສີອຸດົມ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ເຂົ້າຮ່ວມພິທີມີ ທ່ານ ນ. ອ່ອນຈັນ ບຸນທະສິນ ຄະນະບໍລິຫານງານຊາວໜຸ່ມແຂວງ ມີເລຂາ, ຮອງເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮ່ວມຈຳນວນ 26 ສະຫາຍ, ຍິງ 14 ສະຫາຍ