ກົມໂຄສະນາເຜີຍແຜ່ກົດໝາຍ ລົງຊຸກຍູ້ວຽກງານໂຄສະນາ ຢູ່ພະແນກຍຸຕິທໍາແຂວງ ຊຽງຂວາງ

ໃນວັນທີ 27 ມັງກອນ 2020 ເວລາ 8:30 ໂມງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸຸກຍູ້ແລະ ເຄື່ອນໄຫວວຽກງານຢູ່ ພະແນກຍຸຕິທໍາແຂວງ ຊຽງຂວາງ ໃຫ້ກຽດຕ້ອນຮັບໂດຍທ່ານ ວັນໄຊ ກຶຫວັງເນັ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນພະແນກຍຸຕິທຳແຂວງ ຊຽງຂວາງ.

ຈຸດປະສົງ ເພື່ອຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ແຂວງ ຊຽງຂວາງ ຊຶ່ງທ່ານ ວັນໄຊ ກຶຫວັງເນັ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ລາຍງານສະພາບຈຸດພິເສດ ແລະ ການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ແຂວງ ຊຽງຂວາງ ໃນໄລຍະຜ່ານມາ. ຈາກນັ້ນ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົົນສຳເລັດຂອງວຽກງານໂຄສະນາເຜີຍແຜ່ກົດໝາຍ ທີ່ພະແນກຍຸຕິທຳແຂວງ ຊຽງຂວາງ ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າພະແນກຍຸຕິທໍາແຂວງ ຊຽງຂວາງຈະສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.
ໃນຕອນທ້າຍ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມປະມວນກົດໝາຍອາຍາ ແລະ ປະຕິທິນປະຈຳປີ 2020 ໃຫ້ທາງພະແນກຍຸຕິທຳແຂວງ ຊຽງຂວາງ ໃຫ້ກຽດກມອບໂດຍທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ຕາງໜ້າຮັບໂດຍທ່ານ ວັນໄຊ ກຶຫວັງເນັ່ງ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຊຽງຂວງ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຍຸຕິທໍາມີຄຸນນະພາບ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ຂຽນຂ່າວ-ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: