ແຂວງ ຜົ້ງສາລີ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຫ້ອງການຍຸຕີທຳເມືອງຍອດອູ ແຂວງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູ

          ວັນທີ 12 ມັງກອນ 2023 ຫ້ອງການຍຸຕິທໍາເມືອງຍອດອູ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ກຸ່ມບ້ານຍອດອູໄດ້ 2 ບ້ານຄື: ບ້ານສົມເຮື່ອງ ແລະ ບ້ານສວຍງາມ ນໍາໂດຍທ່ານ ຈອມແປງ ພົມສົມບັດ ຫົວໜ້າຫ້ອງການຍຸຕີທຳ ພ້ອມດ້ວຍຄະນະທີມງານຈໍານວນ 3 ທ່ານ. ໃນສອງບ້ານລວມມີພົນລະເມືອງທັງໝົດ 824 ຄົນ, ຍີງ 564 ຄົນ, ມີ 167 ຫຼັງຄາເຮືອນ ແລະ ມີ 229 ຄອບຄົວ, ການລົງໂຄສະນາໃນຄັ້ງນີ້ມີຄະນະພັກບ້ານ, ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຮັບຟັງທັງ ໝົດ 160 ຄົນ, ຍິງ 45 ຄົນ.

ຄະນະທີມງານຫ້ອງການຍຸຕິທຳເມືອງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ 2 ກຸ່ມບ້ານ

          ໃນລະຫວ່າງວັນທີ 11-13 ມັງກອນ 2023 ຄະນະທີມງານຫ້ອງການຍຸຕິທໍາເມືອງຜົ້ງສາລີ ແຂວງຜົ້ງສາລີໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ 2 ກຸ່ມ: ກຸ່ມຫຼັກ 18, ກຸ່ມໂພນແກ້ວມີ 2 ບ້ານຄື: ບ້ານບໍ່ກົ້ງ ແລະ ບ້ານນໍ້າປຸງ ໃນນີ້ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 154 ຄົນ, ຍິງ 72 ຄົນ.

ພະແນກຍຸຕິທໍາແຂວງ ຜົ້ງສາລີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ

          ຕອນບາຍຂອງວັນທີ 10 ມັງກອນ 2023 ພະແນກຍຸຕິທຳແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ ຂຶ້ນຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໂດຍການເປັນປະທານຂອງທ່ານ ຈັນສະໝອນ ຄຸນນະເລີດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 10 ທ່ານ.

ຄະນະທີມງານຫ້ອງການຍຸຕີທຳເມືອງຍອດອູ ແຂວງຜົ້ງສາລີ ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ກຸ່ມບ້ານລ່າ

          ໃນລະຫວ່າງຂອງວັນທີ 3-4 ມັງກອນ 2023 ຄະນະທີມງານຫ້ອງການຍຸຕີທຳເມືອງຍອດອູ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕີບັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ທີ່ ກຸ່ມບ້ານລ່າ ໄດ້ 2 ບ້ານຄື: ບ້ານລ່າ ແລະ ບ້ານແກ່ງ ໃນສອງບ້ານລວມມີ 150 ຫຼັງຄາເຮືອນ, ມີ 266 ຄອບຄົວ, ການລົງໂຄສະນາເຜີຍແຜ່ຄັ້ງນີ້ ມີຄະນະພັກບ້ານ, ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງທັງໝົດ 510 ຄົນ, ຍິງ 130 ຄົນ.

ພະແນກຍຸຕິທຳແຂວງ ຜົ້ງສາລີ ປີດຮຽນກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຜົ້ງສາລີ ຊຸດທີ່ I

          ໃນຕອນບ່າຍຂອງວັນທີ່ 12 ພຶດສະພາ 2022 ທີ່ສະໂມສອນ ຂອງແຂວງ ຜົ້ງສາລີ ພະແນກຍຸຕິທຳແຂວງ ໄດ້ມີ ພິທີປີດການຮຽນກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງຜົ້ງສາລີ ຊຸດທີ່ I ໂດຍການໃຫ້ກ່ຽດເຂົ້າຮ່ວມຂອງທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມຂັ້ນແຂວງທັງເປັນຄະນະຊີ້ນໍາການເປີດຮຽນກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ຊຸດທີ I, ມີທ່ານ ທອງຄໍາ ລີລາວົງ ເລຂາໝ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ຜົ້ງສາລີ ມີບັນດາທ່ານຄະນະຮັບຜິດຊອບຂັ້ນແຂວງ, ວິທະຍາກອນ, ສໍາມະນາກອນ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມ 95 ທ່ານ

Pages