ແຂວງ ສາລະວັນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທໍາແຂວງ ສາລະວັນ ຈັດກອງປະຊຸມປາຖະກະຖາເອກະສານສໍາຄັນ

          ໃນວັນທີ 7 ທັນວາ 2021 ພະແນກຍຸຕິທໍາແຂວງ ສາລະວັນ ໄດ້ຈັດກອງປະຊຸມ ປາຖະກະຖາເອກະສານສໍາຄັນຂອງພັກຂຶ້ນຢູ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ສະຫາຍ ອໍາຄາ ຄ່ຽມມະນີຂັນໄຊ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ, ມີສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ພະແນກຍຸຕິທໍາແຂວງ ສາລະວັນ ເປີດກອງປະຊຸມ ເຜີຍແຜ່ບົດແນະນຳຂອງສູນກາງກຳມະບານລາວ ໃນການຈັດຕັ້ງປະຕິບັດຂໍແຂ່ງ 5 ເປັນເຈົ້າປະຈຳປີ 2021 ແລະ ແຕ່ງຕັ້ງປະທານກຳມະບານຮາກຖານຄົນໃໝ່

          ໃນຕອນເຊົ້າຂອງວັນທີ 29 ກໍລະກົດ ປີ 2021 ນີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳ ໜ່ວຍກໍາມະບານຮາກຖານພະແນກຍຸຕິທໍາແຂວງ ສາລະວັນ ໄດ້ເປີດກອງປະຊຸມຂຶ້ນ ໂດຍການເປັນປະທານຂອງ ທ່ານ ສິງທອງ ສີຫາວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ທັງແມ່ນຜູ້ຊີ້ນໍາອົງການຈັດຕັງມະຫາຊົນ, ມີຄະນະກໍາມະບານຮາກຖານ, ສະມາຊິກກໍາມະບານຮາກຖານພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມ 35 ສະຫາຍ, ຍິງ 17 ສະຫາຍ.

Pages