ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ກຳມະບານຮາກຖານ ກົມທະບຽນສານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງປະທານກຳມະບານກະຊວງຍຸຕິທຳ, ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກກົມທະບຽນສານ ແລະ ສະຫາຍ ນຽມ ສຸພັນຄ້ໍາມະວົງ ປະທານກຳມະບານຮາກຖານ ກົມທະບຽນສານ, ຜູ້ຕາງໜ້າກຳມະບານຮາກຖານຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ສະມາຊິກກໍາມະບານພາຍໃນກົມທະບຽນສານ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະຫາຍ.

Subscribe to RSS - ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ