ເມືອງ ໂພນທອງ ປະກາດບ້ານແບບຢ່າງປະຕິບັດກົດໝາຍ
Submitted by xaiyphimphone on
ໃນຕອນເຊົ້າ ວັນທີ 28-29 ມັງກອນ 2021 ນີ້ຫ້ອງການຍຸຕິທຳເມືອງ ໂພນທອງ ແຂວງ ຫຼວງພະບາງ ໄດ້ຈັດພິທີປະກາດຮັບຮອງ ບ້ານ ນໍ້າລວງ ກຸ່ມນໍ້າລວງ ແລະ ບ້ານ ນາຄຳ ກຸ່ມເມືອງຮຶບ ເປັນບ້ານແບບຢ່າງປະຕິບັດກົດໝາຍ, ໂດນເປັນປະທານທ່ານ ສົມວອນ ແກ້ວຄຳພອນ ປະທານກວດກາພັກ-ລັດເມືອງ, ທ່ານ ສຸວັນນະສົງຄາມ ໄຊຊະນະ ຄະນະພັກພະແນກ ຫົວໜ້າຂະແໜງການຍຸຕິທໍາຮາກຖານ ພະແນກຍຸຕິທຳແຂວງ, ມີເລຂາພັກບ້ານ, ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມທັງໝົດ 215 ຄົນ, ຍິງ 102 ຄົນ.