ພະແນກຍຸຕິທຳ ແຂວງໄຊສົມບູນ ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງຄະນະພະແນກ ປະຈຳປີ 2020
Submitted by xaiyphimphone on
ໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ພະແນກຍຸຕິທໍາແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງຄະນະພະແນກຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງສານປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ບູນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ ໄຊສົມບູນ, ຜູ້ຊີ້ນໍາວຽກຍຸຕິທໍາ, ມີຄະນະຮັບຜິດຊອບການປະເມີນຂັ້ນແຂວງ, ມີຫົວໜ້າ, ຄະນະພະແນກ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 3 ທ່ານ.