ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ກຳມະບານຮາກຖານ ກົມທະບຽນສານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງປະທານກຳມະບານກະຊວງຍຸຕິທຳ, ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກກົມທະບຽນສານ ແລະ ສະຫາຍ ນຽມ ສຸພັນຄ້ໍາມະວົງ ປະທານກຳມະບານຮາກຖານ ກົມທະບຽນສານ, ຜູ້ຕາງໜ້າກຳມະບານຮາກຖານຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ສະມາຊິກກໍາມະບານພາຍໃນກົມທະບຽນສານ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະຫາຍ.
ກອງປະຊຸມຄັ້້ງນີ້ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງກຳມະບານຮາກຖານ ກົມທະບຽນສານ ໃນໄລຍະຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະກຳມະບານຮາກຖານ ພ້ອມທັງຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະກຳມາບານຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: ສະຫາຍ ນາງ ສີສຸພັນ ໂລກອາພອນ ເປັນປະທານກຳມະບານຮາກຖານ; ສະຫາຍ ຜ່ອງວິໄຊ ຈັນທະວົງ ເປັນຮອງປະທານ ແລະ ສະຫາຍ ບັນໃດສຸກ ຈັນບົວທັນ ເປັນກໍາມະການ ພ້ອມທັງເປັນປະທານກວດກາກຳມະບານ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງປະທານກຳມະບານ ກະຊວງຍຸຕິທຳ ກ່ອນອື່ນ ສະຫາຍກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະກຳມະບານຮາກຖານຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ສະມາຊິກກຳມະບານພາຍໃນຮາກຖານຂອງຕົນ ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ ພ້ອມທັງເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ສະແດງຄວາມເຊື່ອໝັ້ນຕໍ່ຄະນະກຳມະບານຮາກຖານຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງ ກຳມະບານຮາກຖານ ກົມທະບຽນສານ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດອັນໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: