ເມືອງ ເມິງ ຈັດພິທີມອບໃບຢັ້ງຢືນຄອບຄົວແບບຢ່າງປະຕິບັດກົດໝາຍ ປະຈຳປີ 2020
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ພີທີປະກາດ-ຮັບຮອງເອົາຄອບຄົວ ແລະ ບ້ານໃໝ່ ເປັນບ້ານແບບຢ່າງປະຕິບັດກົດໝາຍ. ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານໃໝ່ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ . ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ສົມຈິດ ງາສານກອງ ກຳມະການພັກເມືອງ ຫົວໝ້າຫ້ອງການຍຸູຕິທຳເມືອງ, ທ່ານເພັດສະໝອນ ແພງມະລົມສີ ກຳມະການພັກເມືອງ ມີ ທ່ານ ພັນແສງ ພົມປັນຍາ ເລຂາຄະນະພັກຮາກຖານກຸ່ມບ້ານໃໝ່, ຫົວໜ້າອົງການໄອຍະການປະຊາຊົນເຂດ 2, ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ມີອຳນາດການປົກຄອງບ້ານ, ພະນັກງານກໍ່ສ້າງຮາກຖານກຸ່ມ ພ້ອມດ້ວຍຄູ-ອາຈານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
Submitted by buakhao on
ໃນວັນທີ 28-29 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທໍາແຂວງ, ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ, ສໍາຮອງ, ຕາງໜ້າຈາກຄະນະກວດກາພັກ-ລັດແຂວງ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.
Submitted by buakhao on
ໃນວັນທີ 18 ທັນວາ 2020 ທີ່ຜ່ານມານີ້ ໂຄງການກໍ່ສ້າງຮ່ວມໃຈພັດທະນາສວນສາທາລະນະອານຸສອນສະຖານ ປະທານ ໄກສອນ ພົມວິຫານ ສະໂມສອນແຂວງ ປະກອບດ້ວຍພະແນກຍຸຕິທຳ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ ໄດ້ນຳພາພະນັກງານ-ລັດຖະກອນ ອອກແຮງງານລວມ ນຳພາໂດຍ ທ່ານ ຄຳຫຼ້າ ອຸດທະຍອດ ຫົວໜ້າພະແນກຍຸຕິທຳແຂວງບໍ່ແກ້ວ.
Submitted by buakhao on
ໃນວັນທີ 17 ທັນວາ 2020 ຜ່ານມານີ້ ຢູ່ທີ່ສູນຝຶກອົບຮົມ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ໄດ້ຈັດພິທີປິດການຮຽນ-ການສອນ ກົດໝາຍຂັ້ນພື້ນຖານ ລະບົບບຳລຸງ 45 ວັນ ຊຸດທີ I ປະຈຳປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງ ບໍ່ແກ້ວ, ມີບັນດາຄະນະປະຈໍາ, ກຳມະການພັກເມືອງ, ຄະນະຮັບຜິດຊອບການຝຶກອົບຮົມຂັ້ນແຂວງ, ເມືອງ, ຄະນະຄູຝຶກ, ແຂກຖືກເຊີນ ພະນັກງານວິຊາການຫ້ອງການທີ່່ກ່ຽວຂ້ອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 75 ທ່ານ, ຍິງ 15 ທ່ານ.
Submitted by buakhao on
ພິທີເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍປະຈຳຫ້ອງການຍຸຕິທຳເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ່ 26 ພະຈິກ 2020 ຜ່ານມານີ້ຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານ ຂອງທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຜາອຸດົມ, ເຂົ້າຮ່ວມມີທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ພ້ອມດ້ວຍວິຊາການຂັ້ນກະຊວງ, ແຂວງ ແລະ ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ຄະນະໜ່ວຍໄກ່ເກ່ຍຂັ້ນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ໃນຕອນເຊົ້າຂອງວັນທີ່ 27 ພະຈິກ 2020 ຫ້ອງການຍຸຕິທຳເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ຢູ່ທີ່ສະໂມສອນເມືອງ ຕົ້ນເຜິ້ງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ປະທານກວດກາພັກ, ຫົວໜ້າກວດກາລັດເມືອງ ຜູ້ຊີ້ນຳວຽກງານຍຸຕິທຳ, ມີທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ, ທ່ານ ບຸນຊວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທຳ, ທ່ານ ສາຍຄຳ ຄຳປະເສີດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ພະນັກງາ
Submitted by buakhao on
ໃນຕອນເຊົ້າຂອງວັນທີ່ 23 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການຍຸຕິທຳເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ກ່ຽວກັບການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນເມືອງ ຂອງຫ້ອງການຍຸຕິທໍາ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຈັນທະຈອນ ອຸດົມສຸກ ກໍາມະການພັກເມືອງ ຫົວໜ້າຫ້ອງການ ພາຍໃນເມືອງ ຕົ້ນເຜິ້ງ, ມີທ່ານ ສາຍຄຳ ຄຳປະເສີດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ຕົ້ນເຜິ້ງ, ມີທ່ານ ອຸ່ນຄໍາ ສີຜາວັນ ຮອງຄະນະຈັດຕັ້ງເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ, ສະມາຊິກພັກ ພາຍໃນຫ້ອງການຍຸຕິທຳ ແລະ ໄອຍະການປະຈຳ ເມືອງເຂົ້າຮ່ວມ.
Submitted by buakhao on
ໃນວັນທີ 24 ພະຈິກ 2020 ຫ້ອງການຍຸຕິທຳເມືອງ ເມິງ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປິດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ເມິງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ, ຄະນະໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ ພາຍໃນເທດສະບານ, ຫົວໜ້າຫ້ອງການຍຸຕິທຳ ແລະ ພະນັກງານ-ລັດຖະກອນພາຍໃນຫ້ອງການຍຸຕິທຳເຂົ້າຮ່ວມ.