ແຂວງ ຈຳປາສັກ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທຳແຂວງ ຈຳປາສັກ ປາຖະກະຖາ ແລະ ເຜີຍແຜ່ ເອກະສານວັນສ້າງຕັ້ງກອງບັນຊາການທະຫານ ແຂວງ ຈຳປາສັກ

          ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ພະແນກຍຸຕິທຳແຂວງ ຈຳປາສັກ ເປີດກອງປະຊຸມປາປາຖະກະຖາ ແລະ ເຜີຍແຜ່ ເອກະສານວັນສ້າງຕັ້ງກອງບັນຊາການທະຫານ ແຂວງຈຳປາສັກ ຄົບຮອບ 60 ປີ (15 ພຶດສະພາ 1962–15 ພຶດສະພາ 2022 ) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ ໂດຍທ່ານ ພັອ ແຫວນຄຳ ຈະເລີນວົງ ຮອງຫົວໜ້າກອງບັນຊາການທະຫານແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຈຳປາສັກ, ມີທ່ານໃນຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະພາທະນາຍຄວາມປະຈຳພາກໃຕ້, ພ້ອມດ້ວຍພະນັກງານ - ລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມແລກປ່ຽນບົດຮຽນລະຫ່ວາງພະແນກຍຸຕິທຳແຂວງ ຈຳປາສັກ ແລະ ພະແນກຍຸຕິທຳ ແຂວງ ແຄັງຮວາ

          ໃນຕອນເຊົ້າຂອງວັນທີ 21 ເມສາ 2022ທີ່ພະແນກຍຸຕິທຳແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນລະຫ່ວາງພະແນກຍຸຕິທຳແຂວງ ຈຳປາສັກ ສປປລາວ ແລະ ພະແນກຍຸຕິທຳແຂວງ ແຄັງຮວາ ສສ ຫວຽດນາມ ນຳໂດຍທ່ານ ດັ້ງວັນແຄ໋ງ ຮອງຫົວໜ້າພະແນກຍຸຕິທຳພ້ອມດ້ວຍຄະນະໄດ້ເດີນທາງມາແລກປ່ຽນບົດຮຽນກັບພະແນກຍຸຕິທຳແຂວງ ຈຳປາສັກ ພ້ອມທັງອວຍພອນປີໄໝ່ລາວ ພສ 2565 ຄສ 2022 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຄົງ ພັນວົງສາ ຫົວໜ້າພະແນກຍຸຕິທຳ ພ້ອມດ້ວຍຄະນະ.

ພະແນກຍຸຕິທຳແຂວງ ຈຳປາສັກ ທາບທາມບຸກຄະລາກອນ ເຂົ້າເປັນຫົວໜ້າຂະແໜງການ

          ໃນຕອນເຊົ້າຂອງວັນທີ 5 ເມສາ 2022 ພະແນກຍຸຕິທໍາແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ຕຳແໜ່ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງທີ່ມີການໂຮມເຂົ້າກັນຂອງພະແນກຍຸຕິທຳແຂວງ ຈຳປາສັກ, ໂດຍການເປັນປະທານຂອງທ່ານ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ , ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມນັ້ນກໍຍັງມີຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນແຂວງ, ສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ຊາວໜຸ່ມແຂວງ ຈໍາປາສັກ ມອບທຸງໄຊນໍາໜ້າໃຫ້ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ

          ໃນຕອນເຊົ້າຂອງວັນທີ 8 ເມສາ 2022 ໄດ້ມີພິທີມອບ-ຮັບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກໃຫ້ແກ່ 15 ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ສູນຄົ້ນຄວ້າກະສິກໍາພາກໃຕ້ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ຈໍາປາສັກ ໂດຍການເປັນປະທານຂອງ ສະຫາຍ ຄຳສີ ຫລິ່ນສະຫວາດ ກຳມະການສູນກາງຊາວໜຸ່ມແຂວງ ຈຳປາສັກ ມີຄະນະພັກ, ເລຂາ, ຮອງເລຂາໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ 15 ພາກສ່ວນເຂົ້າຮ່ວມ.

ຫົວໜ້າຫ້ອງການຍຸຕິທຳເມືອງ ປາກຊ່ອງ ແຂວງ ຈຳປາສັກ ລົງຊຸກຍູ້ວຽກງານຍຸຕິທຳຮາກຖານ

          ໃນວັນທີ 9 ເມສາ 2022 ທ່ານ ກິ່ງແກ້ວ ເພັດນ້ຳໂຂງ ຫົວໜ້າຫ້ອງການຍຸຕິທຳເມືອງ ປາກຊ່ອງ ແຂວງ ຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຍຸຕິທຳຮາກຖານ ຢູ່ບ້ານ ປາກຊ່ອງ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ມີອົງການປົກຄອງບ້ານພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

Pages