ກ່ຽວກັບພວກເຮົາ

ການປະເມີນຜົນກະທົບແມ່ນຫຍັງ

ກົດໝາຍ ແລະ ນິຕິກຳທີ່ດີ ແມ່ນພື້ນຖານສຳຄັນເພື່ອປະກອບສ່ວນສະໜັບສະໜູນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ, ຊຶ່ງຈະຊ່ວຍຄຸ້ມຄອງຊຸມຊົນ, ພາກທຸລະກິດ ແລະ ສິ່ງແວດລ້ອມ.

ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ, ການປະເມີນຜົນກະທົບຂອງຮ່າງນິຕິກຳ ຮຽກຮ້ອງໃຫ້ຕ້ອງພິຈາລະນາເປົ້າໝາຍ, ທາງເລືອກ, ຜົນກະທົບ ລວມທັງຜົນປະໂຫຍດ ແລະ ຄ່າໃຊ້ຈ່າຍທີ່ຈະເກີດຂຶ້ນຂອງຮ່າງກົດໝາຍ ແລະ ນິຕິກຳ. ສິ່ງດັ່ງກ່າວຈະຊ່ວຍປ້ອງກັນຜົນກະທົບທີ່ບໍ່ປາຖະໜາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ສຳລັບຊຸມຊົນ, ພາກທຸລະກິດ ແລະ ລັດຖະບານ.

ຄວາມສຳຄັນຂອງການປະເມີນຜົນກະທົບຂອງຮ່າງນິຕິກຳ ຕໍ່ເສດຖະກິດຂອງລາວ

ການປະເມີນຜົນກະທົບ ແມ່ນມີຄວາມສຳຄັນຕໍ່ກັບການປັບປຸງສະພາບແວດລ້ອມດ້ານກົດໝາຍຂອງ ສປປ ລາວ. ກົດໝາຍ ແລະ ນິຕິກຳສາມາດມີຜົນກະທົບຕໍ່ພາກທຸລະກິດ, ຊຸມຊົນ ແລະ ລັດຖະບານ ໃນຫຼາຍລະດັບ ຊຶ່ງລວມມີ ຜົນກະທົບດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

ການປະເມີນຜົນກະທົບຈະຊ່ວຍກຳນົດໃຫ້ເຫັນວ່າຮ່າງກົດໝາຍ ແລະ ນິຕິກຳສາມາດບັນລຸໄດ້ຕາມເປົ້າໝາຍທີ່ກຳນົດ ແລະ ຫຼີກລ້ຽງຜົນກະທົບທີ່ບໍ່ປາຖະໜາ. ການປະເມີນຜົນກະທົບຈະສະໜອງຂໍ້ມູນທີ່ດີໃຫ້ແກ່ຜູ້ຕັດສິນບັນຫາ ແລະ ປັບປຸງປະສິດທິພາບ ແລະ ຄວາມສອດຄ່ອງຂອງກົດໝາຍ ແລະ ນິຕິກຳ.

ບັນດາຂໍ້ມູນທີ່ດີຈາກການປະເມີນຜົນກະທົບ ຈະຊ່ວຍໃຫ້ຜູ້ຕັດສິນບັນຫາໄດ້ຮັບຂໍ້ມູນເພື່ອປະກອບໃນການຕັດສິນໃຈກ່ຽວກັບຮ່າງກົດໝາຍ ແລະ ນິຕິກຳ ຊຶ່ງຈະສ້າງສະພາບແວດລ້ອມດ້ານກົດໝາຍທີ່ດີຂອງ ສປປ ລາວ ຄື:

  • ຫຼຸດຜ່ອນຄ່າສິ້ນເປືອງທີ່ບໍ່ຈຳເປັນຕໍ່ພາກທຸລະກິດ, ຊຸມຊົນ ແລະ ລັດຖະບານ
  • ສົ່ງເສີມການພັດທະນາດ້ານອຸດສາຫະກຳ ແລະ ເພີ່ມການແຂ່ງຂັນຫຼາຍຂຶ້ນ
  • ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ການປັບປຸງສະພາບແວດລ້ອມດ້ານກົດໝາຍ ຈະເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.

ໂຄງການປະເມີນຜົນກະທົບຂອງຮ່າງນິຕິກຳ

ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາລະບົບການປະເມີນຜົນກະທົບຂອງຮ່າງນິຕິກຳ ທີ່ເໝາະສົມກັບ ສປປ ລາວ ໂດຍຜ່ານໂຄງການຊ່ວຍເຫຼືອທາງວິຊາການ ແຕ່ປີ 2011 ເປັນຕົ້ນມາ. ໂຄງການດັ່ງກ່າວໄດ້ສຸມໃສ່ ປັບປຸງສະພາບແວດລ້ອມດ້ານກົດໝາຍເພື່ອສະໜັບສະໜູນການພັດທະນາພາກເອກະຊົນ​ ​ແລະ ເພີ່ມຄວາມສາມາດໃນການແຂ່ງຂັນຂອງເສດຖະກິດລາວ.

ໃນປັດຈຸບັນ ການຊ່ວຍເຫຼືອຂອງ ADB​ ​ໄດ້ສືບຕໍ່ຈົນ​ເຖິງ​ ປີ 2018 ໂດຍຜ່ານໂຄງການກູ້ຢືມ ເພື່ອສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການພັດທະນາຄວາມສາມາດຂອງອົງການຈັດຕັ້ງລັດໃນການເຮັດການປະເມີນຜົນກະທົບ.