ພິທີເປີດຊຸດຝຶກອົບຮົມກົດໝາຍ ລະບົບບຳລຸງໄລຍະສັ້ນ 45 ວັນ ປີ 2020.
Submitted by buakhao on
ໃນຕອນບ່າຍຂອງວັນທີ 24 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ເຊກອງ ໄດ້ເປີດຊຸດຝຶກອົບຮົມກົດໝາຍ ລະບົບບຳລຸງ ໄລຍະສັ້ນ 45 ວັນ, ຮຸ່ນທີ IX ປະຈຳປີ 2020 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນຫອມ ມະຫາໄຊ ຄະນະປະຈຳພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 56 ທ່ານ, ຍິງ 28 ທ່ານ.