ກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ

         ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມ ຂອງໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ ກະຊວງຍຸຕິທຳ ໄດ້ສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍ ທີ່ຢູ່ອາໄສ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມກົດໝາຍ ກະຊວງຍຸຕິທຳ ແລະ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ, ຍິງ 07 ທ່ານ.

         ກອງປະຊຸມ ໃນຄັ້ງນີິ້ ໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບເນື້ອໃນຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ ຊຶ່ງໃນທີ່ປະຊຸມກໍໄດ້ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນໃສ່ຮ່າງກົດໝາຍສະບັບນີ້ ຢ່າງກົງໄປກົງມາ ແລະ ມີຂະບວນຟົດຟື້ນສົມຄວນ.

         ຈຸດປະສົງຂອງກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທີ່ຢູ່ອາໄສ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ມີທີ່ຢູ່ອາໄສທີ່ເໝາະສົມ, ມີຄວາມສະດວກ, ມີສຸຂານາໄມ, ປອດໄພ, ໝັ້ນຄົງ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ທີ່ຢູ່ອາໄສ ແມ່ນ ເຮືອນ, ຕຶກ, ອາຄານ ທີ່ນໍາໃຊ້ເປັນບ່ອນຢູ່ ແລະ ດໍາລົງຊີວິດຂອງ ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

         ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ກໍໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານ ທີ່ໄດ້ສະລະເວລາ ເຂົ້າຮ່ວມໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນ. ກອງປະຊຸມ ໄດ້ດຳເນີນເປັນເວລາ 3 ວັນຈຶ່ງສຳເລັດ.

ພາບ-ຂ່າວ: ກະຊວງຍຸຕິທໍາ

ປະເພດຂ່າວ: