ແຂວງ ບໍລິຄຳໄຊ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທຳແຂວງ ບໍລິຄຳໄຊ ທາບທາມຮ່າງຂໍ້ຕົກລົງເຈົ້າແຂວງ

          ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ໄດ້ຜ່ານຮ່າງນິຕິກຳ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ກອງທືນທານຸເຄາະສະຫະພັນກຳມະບານແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳ ຜູ້ຊີ້ນຳວຽກງານນິຕິກຳ-ໂດຍເຂົ້າຮ່ວມ ມີ ທ່ານ ສີສົມພອນ ອີນທະວົງ ຮອງປະທານກຳມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບກຳມະບານແຂວງ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມຈຳນວນ 11 ຄົນ, ຍິງ 4 ຄົນ.

ພະແນກຍຸຕິທໍາແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາກົດໝາຍ

          ໃນວັນທີ 30 ພຶດສະພາ 2022 ຢູ່ບ້ານ ສິນໄຊ ພະແນກຍຸຕິທໍາແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນບ້ານ ສິນໄຊ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງທ່ານ ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີ ທ່ານ ສິນທະຫວິນ ດວງອຸດົມ ເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ 34 ທ່ານ  ຍິງ 24 ທ່ານ.

ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ສ້າງຂະບວນກິລາ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງເດັກນ້ອຍສາກົນ ຄົບຮອບ 97 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ

         ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2022 ທີ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄໍາໄຊ ໄດ້ຈັດກິລາມິດຕະພາບຂຶ້ນ ລະຫວ່າງ ພະແນກຍຸຕິທໍາແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ການແຂ່ງຂັນໃນຄັ້ງນີ້ປະກອບມີ: ກິລາບານສົ່ງ (ຍິງ-ຊາຍ) ແລະ ຕີບູນ (ຍິງ-ຊາຍ) ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະພັກ, ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງ 2 ພາກສ່ວນເຂົ້າຮ່ວມຈຳນວນ 65 ສະຫາຍ, ຍິງ 33 ສະຫາຍ.

ຮາກຖານກໍາມະບານພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ສ້າງຂະບວນກິລາ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 136 ປີ

          ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດກໍ່ຄື ວັນກຳມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886–1 ພຶດສະພາ 2022) ໃຫ້ມີຄວາມສໍາຄັນ ແລະ ເປັນຂະບວນການຟົດຟື້ນ.

Pages