ພະແນກຍຸຕິທໍາແຂວງ ເຊກອງ ປິດຊຸດຝຶກອົບຮົມ ກົດໝາຍໄລຍະສັ້ນລະບົບ 45 ວັນ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ວັນທີ 28 ມັງກອນ 2021 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ (1 ກຸມພາ 1965-1 ກຸມພາ 2021) ຂຶ້ນຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ເຊກອງ ໂດຍການເປັນປະທານ ແລະ ໃຫ້ກຽດເລົ່າມູນເຊື້ອ ຂອງ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ເຊກອງ, ມີສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກ, ຜູ້ເຂົ້າຮ່ວມຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຮຸ່ນທີ IX ປະຈໍາປີ 2020 ແລະ ນັກສຶກສາຝຶກງານມາຈາກສະຖານບັນຍຸຕິທໍາພາກກາງ ເຂົ້າຮ່ວມທັງໝົດ 85 ທ່ານ, ຍິງ 30 ທ່ານ.
Submitted by xaiyphimphone on
Submitted by buakhao on
ໃນຕອນບ່າຍຂອງວັນທີ 24 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ເຊກອງ ໄດ້ເປີດຊຸດຝຶກອົບຮົມກົດໝາຍ ລະບົບບຳລຸງ ໄລຍະສັ້ນ 45 ວັນ, ຮຸ່ນທີ IX ປະຈຳປີ 2020 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນຫອມ ມະຫາໄຊ ຄະນະປະຈຳພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 56 ທ່ານ, ຍິງ 28 ທ່ານ.
Submitted by buakhao on
ພິທີເປີດຊຸດຝຶກອົບຮົມ ກົດໝາຍ 45 ວັນໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານສືບທອດ ແລະ ບັນດາຮາກຖານບ້ານຂອງເທດສະບານເມືອງກະລຶມ ຮຸ່ນທີ II ປະຈໍາປີ 2020 ໄດ້ຈັດຂຶ້ນ ໃນວັນທີ 24 ທັນວາ 2020 ຢູ່ທີ່ສະໂມສອນໃຫຍ່ ເມືອງກະລຶມ ແຂວງ ເຊກອງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ແລະ ທ່ານ ໂພໄຊ ວົງສີຈັນ ຮອງຫົວໜ້າພະແນກຍຸຕິທໍາ ແຂວງເຊກອງ ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ແຂກຖືກເຊີນ, ຄູຝຶກ ແລະ ສໍາມະນາກອນເຂົ້າຮ່ວມທັງໝົດ 46 ທ່ານ, ຍິງ 9 ທ່ານ.