ພະແນກຍຸຕິທຳແຂວງ ຊຽງຂວາງ ມອບເຄື່ອງຊ່ວຍເຫຼືອ ໃຫ້ທະຫານກອງຮ້ອຍຄໍ 17
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ໃນວັນທີ 3 ກຸມພາ 2021 ຜ່ານມາ ພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ຈັດພິທີການບໍລິຈາກເລືອດ ໂດຍການເປັນປະທານຂອງທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ເຂົ້າຮ່ວມໃນພິທີ ມີທ່ານ ດຣ ຄຳສິງ ທອງສີພັນ ຫົວໜ້າສູນເລືອດ ແຂວງ ຊຽງຂວາງພ້ອມດ້ວຍທີມງານແພດ ມີຫົວໜ້າຂະແໜງ , ຮອງຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ ໃນພິທີທ່ານ ມົນຕີ ສີອຸດົມ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ໄດ້ປຸກລະດົມອ້າຍນ້ອງພະນັກງານ-ລັດຖະກອນພາຍໃນພະແນກຜູ້ທີ່ມີຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈເຫັນໄດ້ຄວາມສຳຄັນຂອງການບໍລິຈາກເລືອດ ເພື່ອນຳໄປຊ່ວຍເຫຼືອກອບກູ້ເອົາຊີວິດຂອງເພຶ່ອນມະນຸດ ຜູ້ທີ່ມີຄວາມຕ້ອງການເລືອດ ຈາກນັ້ນ ທ່ານ ດຣ ຄຳສິງ ທອງສີພັນ ໄດ້ຜ່ານເງື່ອນໄຂ ມາດຖານທາງດ້
Submitted by xaiyphimphone on
ໃນຕອນເຊົ້າຂອງວັນທີ່ 28 ມັງກອນ 2021 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ຊຽງຂວາງ ຂະແໜງຈັດຕັ້ງປະຕິບັດຄຳຕັັດສີນຂອງສານ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ 4 ພາກສ່ວນຂຶ້ນ, ໃຫ້ກຽດເປັັນປະທານຮ່ວມໂດຍ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ມີ ທ່ານ ຕົ່ງຊົ່ງ ບົວສີເນັ່ງມາ ປະທານສານປະຊາຊົນແຂວງ, ທ່ານ ຄຳເພັດ ກູດໄພບານ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ທ່ານ ພັນໂທ ຄຳກ້ຽວ ວົງພັນທອງ ຮອງຫົວໜ້າຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີຜູ້ຕາງໜ້າຈາກ ພະແນກການ, ອົງການອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 7 ທ່ານ
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 30 ທັນວາ 2020 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ນັກຮຽນຊັ້ນ ມ 7/7-7/9 ມສ ໂພນສະຫວັນ ນຳພາໂດຍ ທ່ານ ວັນໄຊ ກືຫວັງເນັ້ງ ຮອງຫົວໜ້າ ພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ ຊຶ່ງໄດ້ນຳເອົາ ພາລະບົດບາດຂອງພະແນກຍຸຕິທຳ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ບາງມາດຕາຂອງກົດໝາຍ ແລະ ດຳລັດເລກທີ 77 ຂອງລັດຖະບານ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້ົ້າໄປຊ່ວຍເຫຼຶອ, ແມ່ຍິງ ແລະ ເດັກ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້
Submitted by buakhao on
ໃນວັນທີ 8 ທັນວາ 2020 ທີ່ຜ່ານມາ ທ່ານ ສີວິໄລ ທະວີສິນ ຮອງໜ້າກົມຈັດຕັ້ງປະຕິບັດຄຳຕັດສີນຂອງສານກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ພະແນກຍຸຕິທຳແຂວງ ຊຽງຂວາງ ໃຫ້ກຽດຕ້ອນຮັບໂດຍຄະນະພະແນກຍຸຕິທຳແຂວງ ມີ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທຳເມືອງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານເມືອງ ແລະ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 4 ທ່ານ.
Submitted by buakhao on
ໃນວັນທີ 8 ທັນວາ 2020 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ຊຽງຂວາງ ນຳໂດຍ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ ໄດ້ສົມທົບກັບກອງບັນຊາການທະຫານແຂວງຊຽງຂວາງ ຊຶ່ງນຳໂດຍທ່ານ ພັນຕີ ທອງລອນ ສອນມະນີລາ ຮອງຫົວໜ້າພະແນກກົດໝາຍຂອງກອງບັນຊາການທະຫານແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ກຳລັງປ້ອງກັນຊາດຢູ່ໂຮງຮຽນການທະຫານທ້ອງຖິ່ນ ບ້ານແປນ ເມືອງ ພູກູດ ແຂວງ ຊຽງຂວາງ.