ສະຖາບັນຍຸຕິທຳແຫ່ງຊາດສາຂາ ຫຼວງພະບາງ ເຜີຍແຜ່ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ເຊື່ອມຊືມເອກະສານກ່ຽວກັບການປະເມີນລັດຖະກອນ ແລະ ຄັດເລືອກຜົນງານປະຈໍາປີ 2020
Submitted by buakhao on
ໃນຕອນແລງຂອງວັນພະຫັດ ວັນທີ 29 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນໄດ້ເປີດກອງປະຊຸມເຜີຍແຜ່ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ເຊື່ອມຊືມເອກະສານກ່ຽວກັບການປະເມີນພະນັກງານ-ລັດຖະກອນ ແລະ ຄັດເລືອກຜົນງານປະຈໍາປີ 2020 ຂຶ້ນ ໂດຍເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ ແລະ ພະນັກງານຄູ-ອາຈານເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 27 ທ່ານ.