ແຂວງ ໄຊຍະບູລີ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍູຕິທໍາແຂວງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ບ້ານ ຂອງ ເມືອງໄຊຍະບູລີ

          ໃນວັນທີ 10-12 ມັງກອນ 2023 ພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ສົມທົບກັບຫ້ອງການຍູຕິທໍາເມືອງໄຊຍະບູລີ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ 3 ບ້ານ ຂອງເມືອງໄຊຍະບູລີ. ເຊີ່ງນໍາພາໂດຍ ທ່ານ ບຸນລ້ຽງ ດວງສົມພອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍພະນັກງານຂອງພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງໄຊຍະບູລີ, ມີ ນາຍບ້ານ 3 ບ້ານຄື: ບ້ານ ຄອນປຽດ ບ້ານ ໂພນແກ້ວ ບ້ານ ປາກທັງ ເມືອງໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ 165 ຄົນ; ຍິງ 122 ຄົນ

ຫ້ອງການຍຸຕິທຳເມືອງຊຽງຮ່ອນ ລົງຊຸກຍູ້ວຽກງານຍຸຕິທຳຮາກຖານ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ

          ວັນທີ 11 ມັງກອນ 2023 ທ່ານ ສີວັນ ພົມມະກຸນ ຫົວໜ້າໜ່ວຍງານປະຕິບັດຄຳຕັດສິນຂອງສານຂອງຫ້ອງການຍຸຕິທໍາເມືອງຊຽງຮ່ອນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ໃຫ້ປະຊາຊົນຢູ່ບ້ານດອນມູນ. ມີນາຍບ້ານ, ຄະນະບ້ານ, ປະຊາຊົນເຂົ້າຮ່ວມ ຈໍານວນ 145 ຄົນ, ຍິງ 69 ຄົນ.

ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ປີດຊຸດຝຶກອົບຮົມກົດໝາຍ 45 ວັນ

          ໃນວັນທີ 25 ພຶດສະພາ 2022 ຫ້ອງການຍຸຕິທຳເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງ 45 ວັນ ຊຸດທີ V ປະຈຳປີ 2022 ໃຫ້ແກ່ອົງການປົກຄອງບ້ານເຂດ ມົກສະຕຸ ຢູ່ສະໂມສອນ ບ້ານ ມົກສະຕຸ ເມືອງ ຊຽງຮ່ອນ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ປະທານກວດກາພັກເມືອງ, ມີກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຊີ້ນຳຊຸດຝຶກອົບຮົມ, ຄູ-ອາຈານ, ນາຍບ້ານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ ຈຳນວນ 61 ທ່ານ, ຍິງ 18 ທ່ານ.

ຫ້ອງການຍຸຕິທໍາເມືອງ ພຽງ ແຂວງ ໄຊຍະບູລີ ລົງເຜີຍແຜ່ດໍາລັດ ການໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

          ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການຍຸຕິທໍາເມືອງ ພຽງ ແຂວງ ໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ດໍາລັດ ສະບັບເລກທີ 626/ລບ, ລົງວັນທີ 22 ຕຸລາ 2021 ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ປັບປຸງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານມາເປັນ ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ໃຫ້ແກ່ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ນໍາໂດຍ ທ່ານ ສອນເພັດ ສີຫານົນ ຫົວໜ້າຫ້ອງການຍຸຕິທໍາເມືອງ ພຽງ ພ້ອມດ້ວຍຄະນະ, ມີບັນດາຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເທດສະບານ ຈໍານວນ 9 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 2 ທ່ານ.

Pages