ໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທຳແຂວງບໍ່ແກ້ວ ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກສະໄໝທີ V

ໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກສະໄໝທີ V

ໃນຕອນເຊົ້າວັນທີ 27 ທັນວາ 2019 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ປະກາດຮັບຮອງເອົາໜ່ວຍຊາວໜຸ່ມຂອງພະແນກຍຸຕິທຳແຂວງ ບໍ່ແກ້ວ ເປັນໜ່ວຍຕົວແບບຊາວໜຸ່ມ 4 ບຸກ ປະຈຳປີ 2019 ແລະ ເປັນຕົວແບບ ສະໄໝທີ V ໂດຍການເປັນປະທານຂອງ ສະຫາຍ ນາງ ສີພອນ ແອ່ນວິໄລ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມສັກ ມະຫາພົນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ບໍ່ແກ້ວ, ສະຫາຍ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາທ່ານແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 14 ສະຫາຍ.

Subscribe to RSS - ໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທຳແຂວງບໍ່ແກ້ວ ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກສະໄໝທີ V