ໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກສະໄໝທີ V

ໃນຕອນເຊົ້າວັນທີ 27 ທັນວາ 2019 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ປະກາດຮັບຮອງເອົາໜ່ວຍຊາວໜຸ່ມຂອງພະແນກຍຸຕິທຳແຂວງ ບໍ່ແກ້ວ ເປັນໜ່ວຍຕົວແບບຊາວໜຸ່ມ 4 ບຸກ ປະຈຳປີ 2019 ແລະ ເປັນຕົວແບບ ສະໄໝທີ V ໂດຍການເປັນປະທານຂອງ ສະຫາຍ ນາງ ສີພອນ ແອ່ນວິໄລ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມສັກ ມະຫາພົນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ບໍ່ແກ້ວ, ສະຫາຍ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາທ່ານແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 14 ສະຫາຍ.

ໃນພິທີ ສະຫາຍ ນາງ ສີພອນ ແອ່ນວິໄລ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ໃນແຕ່ລະດ້ານ ປະຈຳປີ 2019 ໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ບໍ່ແກ້ວ ມີສະມາຊິກທັງໝົດ 20 ສະຫາຍ, ຍິງ 11 ສະຫາຍ, ໃນນັ້ນມີສະມາຊິກພັກສົມບູນ 12 ສະຫາຍ, ຍິງ 6 ສະຫາຍ, ສະມາຊິກພັກສຳຮອງ 2 ສະຫາຍ, ຍິງ 01 ສະຫາຍໄດ້ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບວຽກງານວິຊາສະເພາະ ຊຶ່ງສະແດງອອກບຸກດ້ານແນວຄິດ ໄດ້ 95%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໄດ້ 93%, ບຸກດ້ານການຈັດຕັ້ງ ໄດ້ 95%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳ ໄດ້ 95%. ໃນນີ້ ປະເພດແຂງ ໄດ້ 18 ສະຫາຍ, ຍິງ 10 ສະຫາຍ, ແລະ ບໍ່ໄດ້ປະເມີນ 2 ສະຫາຍ ຍ້ອນ ລົງກໍ່ສ້າງຮາກຖານການເມືອງ ແລະ ໄປຍົກລະດັບທິດສະດີການເມືອງ-ການປົກຄອງ.

ຂຽນຂ່າວ-ຖ່າຍພາບໂດຍ: ພຸດທະຈັກ ວິໄລພອນ