ແອັບກົດໝາຍລາວ (version 3)

ກົມໂຄສະນາເຜີຍແຜ່ກົດໝາຍ ລົງໂຄສະນາ ແອັບກົດໝາຍລາວ (version 3) ຢູ່ ຄະນະນິຕິສາດ ແລະ ລັດຖະສາດ

ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (LaoLaw) ແລະ ເວັບໄຊ໌ຈົດໝາຍເຫດທາງລັດຖະການ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA-II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3), ບັນດາຄູ-ອາຈານ ແລະ ນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມທັງໝົດ 110 ຄົນ, ຍິງ 77 ຄົນ.

ປ້າຍ Tags ຕິດຕາມ: 
Subscribe to RSS - ແອັບກົດໝາຍລາວ (version 3)