ກົມໂຄສະນາເຜີຍແຜ່ກົດໝາຍ ລົງໂຄສະນາ ແອັບກົດໝາຍລາວ (version 3) ຢູ່ ຄະນະນິຕິສາດ ແລະ ລັດຖະສາດ

ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (LaoLaw) ແລະ ເວັບໄຊ໌ຈົດໝາຍເຫດທາງລັດຖະການ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA-II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3), ບັນດາຄູ-ອາຈານ ແລະ ນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມທັງໝົດ 110 ຄົນ, ຍິງ 77 ຄົນ. ການລົງໂຄສະນາໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການລູນາ 2.

ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແລະ ເວັບໄຊ໌ຈົດໝາຍເຫດທາງລັດຖະການ ໃນຄັ້ງນີ້ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮັບຮູ້ການເຂົ້າເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດເວົ້າໄດ້ ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຄະນະຮັບຜິດຊອບ ໄດ້ສະເໜີ ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ພ້ອມທັງ ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ (version 3), ການດາວໂຫລດແອັບກົດໝາຍ ແລະ ການເຂົ້າເຖິງເວັບໄຊ໌ຈົດໝາຍເຫດທາງລັດຖະການແລ້ວ ກໍມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂວັນ ດ້ວຍບັນຍາກາດອັນຟົດຟື້ນ.

ຂຽນຂ່າວ-ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: 
ປ້າຍ Tags ຕິດຕາມ: